Oracle ອອກ Patch ອຸດຊ່ອງໂຫວ່ 219 ລາຍການ ໂດຍ 142 ລາຍການໃນນັ້ນຖືກໂຈມຕີຈາກໄລຍະໄກໄດ້

Breaking

Post Top Ad

Post Top Ad

Thursday, October 17, 2019

Oracle ອອກ Patch ອຸດຊ່ອງໂຫວ່ 219 ລາຍການ ໂດຍ 142 ລາຍການໃນນັ້ນຖືກໂຈມຕີຈາກໄລຍະໄກໄດ້



Patch ປະຈຳໄຕມາດຂອງ Oracle ໃນຮອບລ່າສຸດນີ້ ໄດ້ອອກມານຳກັນເຖິງ 219 ລາຍການ ໂດຍ 34 ລາຍການເປັນຊ່ອງໂຫວ່ເທິງ Oracle MySQL, 142 ລາຍການຖືກໂຈມຕີໄດ້ຈາກໄລຍະໄກ ແລະ ມີຊ່ອງໂຫວ່ຄວາມຮຸນແຮງລະດັບ 10 ຕາມຄະແນນ CVSS ປາກົດເທິງ Oracle NoSQL ດ້ວຍ ໂດຍຊ່ອງໂຫວ່ທີ່ໜ້າສົນໃຈໃນຮອບນີ້ມີດັ່ງນີ້
              ຊ່ອງໂຫວ່ເທິງ Oracle NoSQL ທີ່ກະທົບທຸກລຸ້ນຈົນເຖິງລຸ້ນ 19.3.12 ຊຶ່ງເປີດໃຫ້ຜູ້ໂຈມຕີສາມາດເຂົ້າຍຶດຖານຂໍ້ມູນໄດ້
              ຊ່ອງໂຫວ່ເທິງ Oracle MySQL 34 ລາຍການ ທີ່ມີ 9 ລາຍການສາມາດຖືກໂຈມຕີໄດ້ຈາກໄລຍະໄກ ໂດຍໜຶ່ງໃນນັ້ນຄືຊ່ອງໂຫວ່ຄວາມຮຸນແຮງລະດັບ 9.8 ເທິງ MySQL Workbench
              ຊ່ອງໂຫວ່ 12 ລາຍການສຳລັບ Oracle Systems ທີ່ມີຊ່ອງໂຫວ່ຄວາມຮຸນແຮງລະດັບ 9.8 ເທິງ XCP Firmware (cURL) ຊຶ່ງກະທົບໄປເຖິງ Fujitsu Server ທີ່ໃຊ້ Software ຂອງ Oracle ດ້ວຍ
              ຊ່ອງໂຫວ່ເທິງ Oracle Banking Platform ທີ່ມີຄວາມຮຸນແຮງເຖິງ 9.8 ຊຶ່ງກ່ຽວຂ້ອງກັບ Jackson-Databind
ໂດຍລວມແລ້ວໃນຮອບ Patch ເທື່ອນີ້ມີຜະລິດຕະພັນທີ່ໄດ້ຮັບຜົນກະທົບຢູ່ຈຳນວນຄ່ອນຂ້າງຫລາຍ ດັ່ງນັ້ນໃຜທີ່ໃຊ້ Oracle ຢູ່ຈຶ່ງຄວນກວດສອບ ແລະ ວາງແຜນ Patch ກັນໃຫ້ດີ

ແຫຼ່ງຂໍ້ມູນ: 
https://www.oracle.com/technetwork/security-advisory/cpuoct2019-5072832.html

No comments:

Post a Comment

Post Top Ad