Google ເຂົ້າຊື້ກິດຈະການ Fitbit ມູນຄ່າ 2,100 ລ້ານຫຼຽນ ຂະຫຍາຍຕະຫຼາດ Wearable Device ແລະ Wear OS

Breaking

Post Top Ad

Post Top Ad

Monday, November 4, 2019

Google ເຂົ້າຊື້ກິດຈະການ Fitbit ມູນຄ່າ 2,100 ລ້ານຫຼຽນ ຂະຫຍາຍຕະຫຼາດ Wearable Device ແລະ Wear OS



ຫຼັງຈາກມີຂ່າວລືຫຼຸດອອກມາໃນອາທິດທີ່ຜ່ານມານີ້ ໃນທີ່ສຸດ Google ກໍໄດ້ປະກາດເຂົ້າຊື້ກິດຈະການຂອງ Fitbit ແລ້ວທີ່ມູນຄ່າ 2,100 ລ້ານຫຼຽນ ບຸກຕະຫຼາດ Wearable Device ຢ່າງເຂັ້ມຂົ້ນຍິ່ງຂຶ້ນ

ໃນການເຂົ້າຊື້ກິດຈະການເທື່ອນີ້ ທາງ Fitbit ຄາດວ່າຈະໄດ້ຊັບພະຍາກອນຈາກ Google ເຂົ້າມາເສີມເພື່ອເລັ່ງສ້າງນະວັດຕະກຳໃໝ່ໆ ອອກສູ່ຕະຫຼາດໄດ້ຢ່າງວ່ອງໄວ ແລະ ຍັງມີຄວາມເປັນໄປໄດ້ທີ່ຈະໄດ້ຂະຫຍາຍຕະຫຼາດ Wear OS ໃຫ້ຫລາຍຂຶ້ນ ແລະ ໃນອະນາຄົດເອງນັ້ນກໍຈະມີອຸປະກອນ Wearable Device ທີ່ມາພ້ອມແບນເນມ Made by Google ດ້ວຍ ໂດຍທິດທາງຂອງ Fitbit ໃນອະນາຄົດຫຼັງຈາກນີ້ກໍຈະຍັງຄົງຢູ່ໃນຖານະຂອງຜູ້ຜະລິດອຸປະກອນ Wearable Device ທີ່ສາມາດເຮັດວຽກຮ່ວມກັບ Platform ອື່ນໆ ໄດ້ຢ່າງສົມບູນ ບໍ່ວ່າຈະເປັນ iOS ຫລື Android ກໍຕາມ
ທາງ Google ນັ້ນໄດ້ອອກມາຢືນຢັນວ່າຂໍ້ມູນດ້ານສຸຂະພາບຂອງຜູ້ໃຊ້ງານ Fitbit ນັ້ນຈະບໍ່ຖືກນຳມາໃຊ້ເປັນສ່ວນຫນຶ່ງຂອງ Google Ads ເດັດຂາດ ໂດຍເຖິງວ່າຈະມີການນຳຂໍ້ມູນສ່ວນນີ້ໄປເກັບລວບລວມເອົາໄວ້ ແຕ່ກໍຈະນຳໄປໃຊ້ກັບບໍລິການອື່ນໆ ເທົ່ານັ້ນ
ການເຂົ້າຊື້ກິດຈະການເທື່ອນີ້ຄາດວ່າຈະແລ້ວສຳເລັດພາຍໃນປີ 2020 ທີ່ຈະເຖິງນີ້

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad