MICROSOFT ເປີດຕົວເວັບໄຊ Q&A ພ້ອມໄມເກຣດຂໍ້ມູນຈາກ MSDN, TECHNET ໄປຍັງເວັບໄຊໃໝ່ພາຍໃນປີໜ້າ(2020)

Breaking

Post Top Ad

Post Top Ad

Monday, November 4, 2019

MICROSOFT ເປີດຕົວເວັບໄຊ Q&A ພ້ອມໄມເກຣດຂໍ້ມູນຈາກ MSDN, TECHNET ໄປຍັງເວັບໄຊໃໝ່ພາຍໃນປີໜ້າ(2020)


Microsoft ປະ​ກາດ​ຢຸດ​ຕີ​ພິມ MSDN Magazine ແລະ ​ສ່ວນ​ນີ້​ອາດ​ສົ່ງ​ຜົນ​ໄປ​ຈົນ​ເຖິງ​ເວັບ​ໄຊ MSDN ແລະ TechNet ດ້ວຍ​ວ່າ​ອະນາຄົດ​ຈະ​ເປັນ​ແນວໃດ ເພາະ​ທັງ​ສອງ​ເວັບ​ຖື​ເປັນ​ພື້ນ​ທີ່​ລວມ​ຂໍ້​ມູນ​ກ່ຽວກັບ​ຜະລິດຕະພັນ​ທີ່ສຳຄັນຂອງ Microsoft ຈຳນວນ​ຫຼາຍ
Microsoft ໄດ້ປະ​ກາດ​ຢ່າງ​ເປັນ​ທາງ​ການ​ແລ້ວ​ວ່າ ທາງ​ບໍລິສັດ​ວາງ​ແຜນ​ຈະ​ໄມ​ເກຣດ​ຂໍ້​ມູນ​ທັງ​ໝົດ​ຈາກ MSDN ແລະ TechNet ຊຶ່ງ​ມີ​ອາຍຸ​ຫຼາຍກວ່າ 10 ປີ ໄປ​ສູ່​ເວັບ​ໄຊ​ໃໝ່​ທີ່​ຊື່​ວ່າ Microsoft Q&A
ສຳລັບ​ເວັບ​ໄຊໃໝ່ Microsoft Q&A ນີ້ ຈະ​ເປັນ​ພື້ນ​ທີ່​ລວບລວມ​ຄຳ​ຖາມ​ຄຳ​ຕອບ​ທາງ​ເທັກ​ນິກ ​ຊຶ່ງ​ຈະ​ມີ​ທັງ​ຜູ້​ຊ່ຽວ​ຊານ​ໃນ​ຊຸມ​ຊົນ​ທີ່​ໃຊ້​ຜະລິດຕະພັນ​ດຽວ​ກັນ ລວມ​ເຖິງ​ວິ​ສະວະກອນ Microsoft ເພື່ອ​ເຂົ້າ​ມາ​ຊ່ວຍ​ຕອບ​ບັນຫາ​ທາງ​ເທັກ​ນິກ​ຕ່າງໆ ໂດຍ​ຕົວ​ເວັບ​ໄຊ​ເອງ​ເປັນ​ສ່ວນ​ຂະຫຍາຍ​ຈາກ docs.microsoft.com ທີ່​ມີ​ຂໍ້​ມູນ​ທາງ​ເທັກ​ນິກ​ເຊີງ​ເລິກ ​ແລະ​ ໂຄ້​ດ​ຕົວ​ຢ່າງ​ໃຫ້ ລວມ​ເຖິງ Microsoft Learn ລະບົບ​ຮຽນ​ຮູ້​ແບບ step-by-step ຈາກ Microsoft
ຟີ​ເຈ​ີຕ່າງໆ ຂອງ Microsoft Q&A ເຊັ່ນ
·         ລະບົບ​ແທັກ ທຸກ​ຄຳ​ຖາມ​ຈະ​ສ້າງ​ຂຶ້ນ​ໃນ​ພື້ນ​ທີ່​ດຽວ ແລະ​ ໃຊ້​ແທັກ​ເພື່ອ​ລະ​ບຸ​ຜະລິດຕະພັນ ​ຫລື ​ບໍລິການ​ທີ່​ກ່ຽວ​ຂ້ອງ
·         ຕິດ​ຕາມ​ແທັກ, ໂພ​ສ​ ຫລື​ ຜູ້​ໃຊ້​ງານ​ເພື່ອ​ຮັບ​ການ​ອັບ​ເດດ
·         ໃຊ້​ລະບົບ​ໂປຣ​ໄຟ​ດຽວ​ກັບ docs.microsoft.com ແລະ​ ໃຊ້ single sign-on ໄດ້
·         ແນະ​ນຳ​ຄຳ​ຕອບ​ໃນ​ລະຫວ່າງ​ຂຽນ​ຄຳ​ຖາມ​ເພື່ອ​ຫາ​ຄຳ​ຕອບ​ທີ່​ອາດຈະ​ໃຊ້​ງານ​ໄດ້ ໂດຍ​ບໍ່​ຕ້ອງ​ເສຍ​ເວລາ​ຕັ້ງ​ຄຳ​ຖາມ​ໃໝ່​ເພື່ອຖ້າ​ຄຳ​ຕອບ
·         ບຸ໊ກ​ມາກ​ເນື້ອ​ຫາ​ສຳຫຼັບ​ການ​ອ້າງ​ອິງ​ໃນ​ອະນາຄົດ
ສ່ວນ​ການ​ໄມ​ເກຣດ​ຂໍ້​ມູນ​ເກົ່າ​ຈາກ MSDN ແລະ TechNet ນັ້ນ Microsoft ລະ​ບຸ​ວ່າ​ຖື​ເປັນ​ງານ​ໃຫຍ່​ຫລາຍ ຕ້ອງ​ແຍກ​ການ​ໄມ​ເກຣດ​ອອກ​ເປັນ​ຫຼາຍ​ສ່ວນ​ເພື່ອ​ໃຫ້​ການ​ເຮັດ​ວຽກງານ​ລື່ນໄຫຼ ​ແລະ​ ຜູ້​ໃຊ້​ງານ​ໄດ້ຮັບ​ຜົນ​ກະທົບ​ນ້ອຍ​ທີ່ສຸດ ໂດຍ​ທາງ​ບໍລິສັດ​ຕັ້ງ​ເປົ້າ​ວ່າ​ຈະ​ສຳເລັດ​ພາຍ​ໃນ​ກາງ​ປີ​ໜ້າ (ກາງປີ 2020)
ຕອນ​ນີ້ Microsoft Q&A ເລີ່ມ​ເປີດ​ໃຫ້​ໃຊ້​ງານ​ແບບ​ພຣີ​ວິວ​ແລ້ວ ເຂົ້າ​ຊົມ​ເວັບ​ໄຊ​ໃໝ່​ໄດ້​ແລ້ວ​ທີ່ Microsoft Q&A

No comments:

Post a Comment

Post Top Ad