Google ເປີດ​ໂອ​ເພ່ນ​ຊອດ Firmware ສຳລັບ​ສ້າງ Security Key

Post Top Ad

Post Top Ad

Friday, January 31, 2020

Google ເປີດ​ໂອ​ເພ່ນ​ຊອດ Firmware ສຳລັບ​ສ້າງ Security Key


Google ໄດ້​ເປີດ​ໂປຣ​ເຈັກ​ໂອ​ເພ່ນ​ຊອດ​​ຕົວ Firmware ສຳລັບ​ໃຊ້​ສ້າງ Security Key ພາຍໃຕ້​ຊື່ OpenSK ເຮັດໃຫ້​ຜູ້​ສົນ​ໃຈ​ສາມາດ​ສ້າງ​ສ່ວນ​ຮາ​ດ​ແວ​ຂອງ​​ຕົວ​ເອງ​ແລ້ວ​ໃຊ້ Firmware ດັ່ງ​ກ່າວ​ໄດ້
ປັດຈຸບັນ Firmware ດັ່ງ​ກ່າວ​​ຍັງ​ຮອງ​ຮັບ​ແຄ່​ຊິບ Dongle ຈາກ Nordic ເທົ່າ​ນັ້ນ ໂດຍ​ທາງ Google ໃຫ້​ເຫດ​ຜົນວ່າ​ຊິບ​ດັ່ງ​ກ່າວ​ສາມາດ​ຮອງ​ຮັບ​ໂປຣ​ໂຕ​ຄໍ​ຫຼັກ​ທີ່​ຖືກ​ໃຊ້​ໃນ FIDO2 ໄດ້​ທັງ​ໝົດເຊັ່ນ NFC, BLE ແລະ ສ່ວນ​ຂອງ​ຮາດ​ແວ​ສຳລັບ​ງານ​ເຂົ້າ​​ລະ​ຫັດ ຢ່າງໃດ​ກໍ​ດີ​ກໍ​ຈະ​ພະຍາຍາມ​ຈະ​ພັດທະນາ​ໃຫ້ OpenSK ສາມາດ​ຮອງ​ຮັບ​ຊິບ​ເຈົ້າ​ອື່ນ​ໄດ້​ໃນ​ອະນາຄົດ
ສຳລັບ OpenSK ຂຽນ​ໃນ​ພາສາ Rust ແລະ​ ຣັນ​ໃນ TockOS ໂດຍ​ທາງ Google ຊີ້​ວ່າ Rust ມີ​ການ​ໃຊ້​ຫນ່ວຍ​ຄວາມ​ຈຳ​ຢ່າງ​​ປອດ​​ໄພ​ ແລະ ​ປາສະຈາກ Cost ເລື່ອງ Abstraction ເຮັດໃຫ້​ມີ​ຊ່ອງ​ໂຫວ່​ດ້ານ​ໂລ​ຈິກ​ນ້ອຍ​ກວ່າ ນອກ​ຈາກ​ນີ້​ໂຄງ​ສ້າງ​ແບບ Sandbox ຂອງ TockOS ຈະ​ຊ່ວຍ​ໃຫ້​ເກີດ​ການ​ແບ່ງ​ແຍກ​ລະຫວ່າງ Security Key Applet, Driver ແລະ Kernel ທີ່​ຕອບ​ໂຈດ​ຄອນເຊັບ Defense-in-depth
ໂດຍ​ສະຫລຸບ​ໄອ​ເດຍ​ກໍ​ຄື​ຜູ້​ໃຊ້​ງານ​ສາມາດ​ນຳ​ໂຄ໊ດ​ຈາກ Google ໄປລົງ​ເທິງ​ຊິບ Nordic ທີ່​ຈະ​ປ່ຽນ Dongle ເປັນ Security Key (FIDO U2F ແລະ FIDO Compliant) ໄດ້ ຫລື​ແມ່ນ​ກະ​ທັ່ງ​ການ​ອອກ​ແບບ​ຮາດແວດ້ວຍ​ເຄື່ອງ​ພິມ 3 ມິ​ຕິ​ແລ້ວ​ປະ​ກົບ​ກັບ​ຊິບ Nordic ເພື່ອ​ກາຍ​ເປັນ Security Key ເກ໋​ໆ ຂອງ​ຕົນ​ໄດ້

ຜູ້​ສົນ​ໃຈ​ສາມາດ​ຊົມ​ວີ​ດີ​ໂອ​ແນະ​ນຳ​ຈາກ Google ໄດ້​ຕາມ​ດ້ານ​ເທິງ​ຫລື​ສຶກ​ສາ​ໂປຣ​ເຈັກ OpenSK ໄດ້​ເທິງ GitHub

No comments:

Post a Comment

Post Top Ad