Xiaomi ວາງຈຳໜ່າຍຕູ້ລ້ຽງປາອັດສະລິຍະ ປ້ອນອາຫານເອງໄດ້ ຄວບຄຸມິອຸນຫະພູມຜ່ານສະມາດໂຟນໄດ້ດ້ວຍ

Breaking

Post Top Ad

Post Top Ad

Monday, February 3, 2020

Xiaomi ວາງຈຳໜ່າຍຕູ້ລ້ຽງປາອັດສະລິຍະ ປ້ອນອາຫານເອງໄດ້ ຄວບຄຸມິອຸນຫະພູມຜ່ານສະມາດໂຟນໄດ້ດ້ວຍ



Xiaomi ເປີດ​​ຕົວຂອງຫລິ້ນໃໝ່ມາ​​ອີກແລ້ວ ລ່າສຸດບໍລິສັດໄດ້ວາງຈຳໜ່າຍຕູ້ລ້ຽງປາ​​ອັດສະລິຍະ Xiaomi Geometry Control AI Fish Tank ທີ່ສາມາດປ້ອນອາຫານປາໄດ້ເອງ ແລະ ​​ຍັງສາມາດຄວບຄຸມອຸນຫະພູມຂອງນ້ຳຜ່ານະມາດໂຟນໄດ້ອີກດ້ວຍ.

Xiaomi Geometry Control AI Fish Tank ມີທັງໝົດສອງຂະໜາດໃຫ້ເລືອກ ໄດ້ແກ່ຂະໜາດ 15 ລີດ ແລະ 30 ລີດ ທີ່ໜ້າສົນໃຈຄືຫາກມີບາງສ່ວນຂອງຕູ້ນ້ຳທີ່ເສຍຫາຍ ເຮົາບໍ່ຈຳເປັນຕ້ອງຊື້ໃໝ່ທັງຊຸດ ແຕ່ສາມາດຊື້ບາງສ່ວນມາປ່ຽນທົດແທນໄດ້
ນອກຈາກຈະສາມາດຊື້ບາງຊິ້ນສ່ວນມາປ່ຽນໄດ້ແລ້ວ ຫາກອະນາຄົດທາງຜູ້ຜະລິດມີການອັບເດດອຸປະກອນບາງສ່ວນ​​ໃໝ່ ຜູ້ໃຊ້ງານກໍສາມາດຊື້ຊິ້ນສ່ວນທີ່ມີການອັບເດດແລ້ວມາປ່ຽນແທນອັນເກົ່າໄດ້ອີກດ້ວຍ
ຄຸນສົມບັດຫຼັກໆຂອງມັນມີດັ່ງນີ້້:
  • ໃຫ້ອາຫານ ແລະ ຄວບຄຸມອຸນຫະພູມຜ່ານແອບ
ຄຸນສົມບັດເດັ່ນຂອງ Xiaomi Geometry Control AI Fish Tank ຄືຕູ້ນ້ຳຕູ້ນີ້ສາມາດໃຫ້ອາຫານປາແບບ​​ອັດໂນມັດໂດຍການກົດປຸ່ມເທິງ​​ຕົວແທ໊ງຫລືຄວບຄຸມການໃຫ້ອາຫານຜ່ານແອັບພລິເຄຊັນໄດ້ດ້ວຍ ໃນສ່ວນຂອງລະບົບຄວບຄຸມອຸນຫະພູມນັ້ນເຮົາສາມາດຕັ້ງຄ່າໃຫ້ເໝາະສົມກັບປາແຕ່ລະຊະນິດໄດ້
  • ກວດຈັບຄຸນນະພາບນ້ຳໄດ້
        ຕົວແທ໊ງ​​ມີລະບົບໃຫ້ອອກຊິເຈນສາມລະດັບ ແລະ ລະບົບກອງນ້ຳ 4 ຊັ້ນ ສາມາດຂ້າເຊື້ອແບັກທີເຣຍ ແລະ​​ ຕົວແທງ​​ນ້ຳຍັງມີລະບົບກວດຈັບຄຸນນະພາບຂອງນ້ຳ TDS ໂດຍແທງ​​ນ້ຳຈະແຈ້ງເຕືອນໄປ​​ຍັງສະມາດໂຟນຂອງຜູ້ໃຊ້ງານຫາກຈະເປັນຕ້ອງປ່ຽນນ້ຳແລ້ວ

No comments:

Post a Comment

Post Top Ad