Microsoft ອອກອັບເດດ Microcode ເພື່ອແກ້ບັນຫາ CPU ຂອງ Intel

Post Top Ad

Post Top Ad

Monday, February 3, 2020

Microsoft ອອກອັບເດດ Microcode ເພື່ອແກ້ບັນຫາ CPU ຂອງ Intel



Microsoft ໄດ້​ປລ່ອຍ Microcode ເວີ​ຊັນ​ອັບ​ເດດ​ເພື່ອ​ແກ້​ບັນຫາ Intel CPU ທີ່​ຄາລາ​ຄາ​ຊັງ​ມາ​ດົນ​ສຳລັບ Windows 10 1909, 1903 ແລະ ​ເວີ​ຊັນ​ເກົ່າ
​ກ່ອນ​ໜ້າ​ນີ້​ມີ​ການ​ພົບ​ຊ່ອງ​ໂຫວ່​ທີ່​ກະທົບ​ກັບ Intel CPU ຫຼາຍ​​ລາຍ​ການ ເຊັ່ນ Speculative Execution ຫລື​ອື່ນ​ໆ ​ເຊິ່ງ​ກ່ອນ​ໜ້າ​ນີ້​ກໍ​ມີ​ຄວາມ​ພະຍາຍາມ​ໃຊ້​​ຊັອບ​ແວ​ມາບ​ັນ​ເທົາ​ບັນຫາ​ແລ້ວ​ ແຕ່​ພົບ​ບັນຫາ​ກະທົບ​ກັບ​ປະ​ສິດ​ທິ​ພາບ ​ຫລື​ ເຮັດໃຫ້​ເຄື່ອງ​ຄ້າງ​ຕາມ​ມາ. ລ່າ​ສຸດ Microcode ໃນ​ເວີ​ຊັນ​ໃໝ່​ຈະ​ມີ​ການ​ແກ້​ບັນຫາ​ໃຫ້ Intel CPU ທີ່​ສະ​ສົມ​ມາ​ໃນ​ຫຼາຍ​ລຸ້ນ ເຊັ່ນ: Denverton, Sandy Bridge, Sandy Bridge E, EP, Valley View, Whiskey Lake U ເປັນ​ຕົ້ນ
ສຳລັບ​ການ​ອັບ​ເດດ​ຜູ້​ໃຊ້​ງານ​ຈະ​ຕ້ອງ​ກົດ​ເຂົ້າໄປ​ອັບ​ເດດ​ເອງ​ຕາມ​ລິງ​​ດ້ານ​ລຸມ​ດັ່ງ​ນີ້
  • KB4497165 ສຳລັບ Windows 10 1909 ແລະ 1903
  • KB4494174 ສຳລັບ Windows 10 1809
  • KB4494451 ສຳລັບ Windows 10 1803
  • KB4494452 ສຳລັບ Windows 10 1709
  • KB4494453 ສຳລັບ Windows 10 1703
  • KB4494175 ສຳລັບ Windows 10 1607
  • KB4494454 ສຳລັບ Windows 10 
ຫາກ​ໃຜ​​ຍັງ​ບໍ່​ຮູ້ວ່າ​​ຕົວ​ເອງ​ໄດ້ຮັບ​ຜົນ​ກະທົບ​ຫລື​ບໍ່​ສາມາດ​ໃຊ້​ໂປຣ​ແກຣມ CPU-Z ເພື່ອ​ເບິ່ງ​ລຸ້ນ CPU ຂອງ​​ຕົວ​ເອງ​ໄດ້

ແຫຼ່ງຂໍ້ມູນ:




No comments:

Post a Comment

Post Top Ad