ສອງຊ່ອງໂຫວ່ເທິງ Microsoft Azure ທີ່ເຄີຍສ່ຽງຖືກແຮັກເກີ ເຂົ້າຄວບຄຸມ Cloud Servers

Breaking

Post Top Ad

Post Top Ad

Tuesday, February 4, 2020

ສອງຊ່ອງໂຫວ່ເທິງ Microsoft Azure ທີ່ເຄີຍສ່ຽງຖືກແຮັກເກີ ເຂົ້າຄວບຄຸມ Cloud Servers

ຄວາມປອດໄພ


Azure App Service ເປັນບໍລິການແບບ​​ປະສານທີ່ລູກຄ້າສາມາດບໍລິຫານຈັດການທຸກຢ່າງເອງໄດ້ທັງໝົດ ຊ່ວຍໃຫ້​​ອົງກອນສາມາດສ້າງ Web ແລະ Mobile Apps ທີ່ສາມາດຣັນເທິງແພຼ໊ດຟອມຫລືອຸປະກອນໃດກໍໄດ້ ລວມໄປເຖິງສາມາດ​​ປະສານການເຮັດວຽກຮ່ວມກັບໂຊລູຊັນ SaaS ແລະ On-premises Apps ເພື່ອເພີ່ມຄວາມ​​ອັດໂນມັດໃຫ້ແກ່ຂະບວນການເຊີງທຸລະກິດໄດ້ຢ່າງງ່າຍດາຍ
 Microsoft Azure

ນັກ​​ວິໄຈດ້ານຄວາມຫມັ້ນຄົງ​​ປອດ​​ໄພຈາກ Check Point ໄດ້ອອກມາເປີດເຜີຍເຖິງຊ່ອງໂຫວ່ Request Spoofing ເທິງ Azure Stack ໂຊລູຊັນ Hybrid Cloud ຂອງ Microsoft ໂດຍຊ່ອງໂຫວ່ດັ່ງກ່າວມີ​​ລະຫັດ CVE-2019-1234 ຖ້າຖືກໂຈມຕີ ອາດຊ່ວຍໃຫ້​​ແຮັກເກີສາມາດເຂົ້າເຖິງ Screenshots ແລະ Sensitive Information ຂອງ Virtual Machine ໃດກໍຕາມທີ່ຣັນຢູ່ເທິງໂຄງຂ່າຍຂອງ Azure ໄດ້ຈາໄລຍະໄກໄດ້ໂດຍບໍ່ໄດ້ຮັບອະນຸຍາດ ໂດຍບໍ່ສົນວ່າ Virtual Machine ນັ້ນຈະຣັນແບບແຊຊັບພະຍາກອນຮ່ວມກັນ ຫລື ແຍກກັນຣັນຕ່າງຫາກ
ນັກ​​ວິໄຈຍັງລະບຸວ່າ ແຮັກເກີສາມາດໂຈມຕີຊ່ອງໂຫວ່ນີ້ໄດ້ຜ່ານທາງ Microsoft Azure Stack Portal ເຊິ່ງເປັນສ່ວນຕໍ່ປະສານທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຂົ້າເຖິງ Cloud ທີ່​​ຕົວເອງສ້າງໂດຍໃຊ້ Azure Stack ໄດ້ ແລະຈາກການໃຊ້ປະໂຫຍດຈາກ API ທີ່ບໍ່ໝັ້ນຄົງ​​ປອດ​​ໄພ ແຮັກເກີສາມາດເກັບຂໍ້ມູນຊື່ແລະ ID ຂອງ Virtual Machine ຂໍ້ມູນຮາດແວເຊັ້ນ Cores ແລະ Memory, ໃຊ້ຂໍ້ມູນເຫຼົ່ານີ້ຮ່ວມກັບ HTTP Request ທີ່ບໍ່ຕ້ອງພິສູດ​​ຕົວຕົນເພື່ອເກັບ Screenshots ໄດ້.
ອີກຊ່ອງໂຫວ່ທີ່ຄົ້ນພົບມີ​​ລະຫັດ CVE-2019-1372 ເປັນຊ່ອງໂຫວ່ Remote Code Execution ທີ່ສົ່ງຜົນກະທົບຕໍ່ Azure App Service ເທິງ Azure Stack ຊ່ວຍໃຫ້​​ແຮັກເກີສາມາດເຂົ້າຄວບຄຸມ Azure Server ຂອງເຫຢື່ອໄດ້ທັງໝົດ ທີ່ໜ້າສົນໃຈຄື ແຮັກເກີສາມາດໂຈມຕີຊ່ອງໂຫວ່ທັງສອງນີ້ໄດ້ໂດຍການສ້າງຊື່ບັນຊີຜູ້ໃຊ້ໃໝ່ກັບ Azure Cloud ແບບຣີໆ ເພື່ອຣັນຟັງ​​ຊັນໂຈມຕີ ຫລື ສົ່ງ HTTP Request ໄປ​​ຍັງ Azure Stack Portal ຂອງຜູ້ໃຊ້ໂດຍບໍ່ຕ້ອງພິສູດ​​ຕົວຕົນໄດ້ເລຍ
Check Point ໄດ້​​ລາຍງານຊ່ອງໂຫວ່ທີ່ຄົ້ນພົບທັງ 2 ລາຍການໄປ​​ຍັງ Microsoft ຕັ້ງແຕ່ປີທີ່ຜ່ານມາ (2019) ແລະ​ ໄດ້ຮັບຣາງວັນຄ່າການຄົ້ນພົບຊ່ອງໂຫວ່ $40,000 ເຊິ່ງທາງ Microsoft ກໍໄດ້ອອກແພ໊ດ​​ເພື່ອອຸດຊ່ອງໂຫວ່ເປັນທີ່ຮຽບຮ້ອຍ

No comments:

Post a Comment

Post Top Ad