LibreOffice 6.4 ອອກແລ້ວ

Post Top Ad

Post Top Ad

Thursday, January 30, 2020

LibreOffice 6.4 ອອກແລ້ວ



     Document Foundation ໄດ້​ປະ​ກາດ​ອອກ​ໂປຣ​ແກຣມ​ເອກະສານ​ສາຍ​ໂອ​ເພ່ນ​ຊອດ​ຢ່າງ Libre ເວີ​ຊັນ 6.4 ທັງ​ແບບ 32 ແລະ 64 ບິດ​ເທິງ Windows, Mac ແລະ Linux
Libre 6.4 ຖື​ເປັນ​ເວີ​ຊັນ​ສະ​ຖຽນ​ທີ່​ມີ​ການ​ປັບ​ປຸງ​ປະ​ສິດ​ທິ​ພາບ​ຫຼາຍ​ດ້ານ​ເຊັ່ນ:
  • ເພີ່ມ​ຄວາມ​ໄວ​ໃນ​ການ​ເປີດ​ ແລະ ​ບັນ​ທຶກ​ເອກະສານ​ໃນ Impress ແລະ Calc
  • ເພີ່ມ​ຄວາມ​ໄວ​ການ​ຄົ້ນ​ຫາ​ຂໍ້​ມູນ​ໃນ​ລະບົບຊ່ວຍ​ເຫລືອ​ ທີ່​ຜົນ​ລັບມາ​ພ້ອມ Screenshot ດ້ວຍ
  • Start Center ມີ​ການ​ເພີ່ມ​ຮູບ​ໄອ​ຄອນ​ຂອງ​ແອັບ​ພລິ​ເຄ​ຊັນ​ຄວບຄູ່​ກັບ Thumbnail ຂອງ​ເອກະສານ​ເພື່ອ​ໃຫ້​ຜູ້​ໃຊ້​ແບ່ງ​ແຍກ​ຊະນິດ​ຂອງ​ເອກະສານ​ໄດ້
  • QR Code Generator ໂສມ​ໃໝ່​ຊ່ວຍ​ໃຫ້​ຜູ້​ໃຊ້​ເພີ່ມ​ໂຄ້​ດ​ທີ່​ສະໜັບ​ສະໜູນ​ການ​ໃຊ້​ມື​ຖື​ໃນ​ເອກະສານ​ໄດ້
  • ຜູ້​ໃຊ້​ງານ Calc ສາມາດ Export Spreadsheet ເປັນ​ເອກະສານ PDF

     ນອກ​ຈາກ​ນີ້​ຍັງມີ​ປະ​ກາ​ດວ່າ LibreOffice 6.5 ຈະ​ອອກ​ເປັນ LibreOffice 7.0 ໃນ​ປີ​ນີ້​ຖື​ເປັນ​ການ​ສະເຫລິມ​ສະຫລອງ​ຄົບ​ຮອບ 10 ປີ​ນັບ​ຕັ້ງ​ແຕ່​ເວີ​ຊັນທຳອິດ ເຊິ່ງສາມາດດາວໂຫຼດໄດ້ຢູ່ລິ້ງຕໍ່ໄປນີ້ https://www.libreoffice.org/download/download/?type=win-x86&version=6.4.0&lang=en-US

No comments:

Post a Comment

Post Top Ad