IBM ອອກ​ງານ​ວິ​ໄຈ​ຊິບ AI 7nm ປະ​ຢັດ​ພະລັງ​ງານອັນທຳອິດ​ຂອງ​ໂລກ

Breaking

Post Top Ad

Post Top Ad

Friday, February 19, 2021

IBM ອອກ​ງານ​ວິ​ໄຈ​ຊິບ AI 7nm ປະ​ຢັດ​ພະລັງ​ງານອັນທຳອິດ​ຂອງ​ໂລກ

 


    IBM ອອກງານວິໄຈຊິບ AI 7nm ປະຢັດພະລັງງານອັນທຳອິດຂອງໂລກ IBM ເຜີຍແຜ່ງານວິໄຈສະບັບໃໝ່ທີ່ເຜີຍໃຫ້ເຫັນເຖິງການພັດທະນາຊິບ AI ປະຢັດພະລັງງານດ້ວຍເທັກໂນໂລຢີ 7 ນາໂນແມັດ ຊຶ່ງສາມາດເຮັດວຽກຮ່ວມກັບໂມເດລ AI ທີ່ຫຼາກຫຼາຍແລະໃຊ້ພະລັງງານໄດ້ຄຸ້ມຄ່າກວ່າຊິບອື່ນໆໃນປັດຈຸບັນ 

    ງານວິໄຈຂອງ IBM ທີ່ຖືກນຳສະເໜີໃນງານ 2021 International Solid-State Circuits Virtual Conference ຊ່ວງຕົ້ນເດືອນທີ່ຜ່ານມານັ້ນເຜີຍເຖິງຊິບ AI ໃໝ່ຂະໜາດ 4-core ທີ່ຖືກອອກແບບຂຶ້ນເພື່ອງານ Low precision workload ໃນໂມເດລ AI ແລະ Machine Learning ໂດຍສະເພາະ

    ການເລືອກໃຊ້ເທັກນິກ Low-precision ນັ້ນຊ່ວຍໃຫ້ IBM ສາມາດພັດທະນາຊິບທີ່ຂະໜາດນ້ອຍແລະໃຊ້ພະລັງງານຕ່ຳກວ່າແບບ High-precision ຊຶ່ງນຳໄປສູ່ການຈັດການ Cache ທີ່ດີຂຶ້ນ ແລະ ການຫລຸດຄໍຂວດໃນຫນ່ວຍຄວາມຈຳ ຊຶ່ງຈະຊ່ວຍລຸດໄລຍະເວລາ ແລະ ພະລັງງານໃນການເທຣນໂມເດລ AI ໄດ້

    ຊິບ AI Accelerator ຊິ້ນນີ້ເປັນຊິບຂະໜາດ 7nm ທີ່ຖືກຜະລິດດ້ວຍເທັກນິກ Extreme Ultraviolet Lithography (EUV) ຊຶ່ງນັບເປັນວິທີທີ່ດີທີ່ສຸດໃນຂະນະນີ້ ໂດຍໃນຕົວຊິບມີການນຳເທັກນິກ Hybrid FP8 (HFP8) format ຊຶ່ງສາມາດເຮັດວຽກໄດ້ລະອຽດໃນລະດັບ 8-bit Floating Point ມາໃຊ້ໃນການເທຣນໂມເດລ Deep Learning ຊຶ່ງຄຸນສົມບັດເຫຼົ່ານີ້ຊ່ວຍໃຫ້ຊິບດັ່ງກ່າວສາມາດປະຢັດພະລັງງານໄດ້ເໜືອກວ່າຊິບອື່ນໆ

       ຕາຕະລາງປຽບທຽບການເຮັດວຽກງຂອງຊິບນີ້ ແລະ ຊິບອື່ນໆໃນຕລາດ (Credit: IBM) 

    ນອກຈາກນີ້ ຕົວຊິບຍັງມີກົນໄກການຈັດການພະລັງງານທີ່ຊ່ວຍໃຫ້ຊິບສາມາດເຮັດວຽກໄດ້ດີທີ່ສຸດພາຍໃນຂອບເຂດຂອງພະລັງງານທີ່ຈຳກັດ ດ້ວຍການຫລຸດຄວາມໄວຂອງຊິບລົງໃນຊ່ວງທີ່ທຳການຄິດໄລ່ (Computation Phase) ທີ່ໃຊ້ພະລັງງານຫລາຍ 

    ໃນງານວິໄຈນີ້ຍັງໄດ້ກ່າວເຖິງສະຖິຕິການເຮັດວຽກງານຕໍ່ເນື່ອງຂອງຊິບເຊິ່ງເປັນປັດໄຈໜຶ່ງໃນການນຳຊິບມາໃຊ້ງານຈິງ ໂດຍຈາກການວັດຜົນ IBM ພົບວ່າຊິບນີ້ມີອັດຕາ Utilization ຫລາຍກວ່າ 80% ໃນການເທຣນໂມເດລ ແລະ ຫລາຍກວ່າ 60% ໃນງານ Inference ຊຶ່ງນັບວ່າຢູ່ທີ່ລະດັບທີ່ດີຫລາຍຫາກທຽບກັບ GPU ທົ່ວໄປທີ່ມີອັດຕາ Utilization ຕ່ຳກວ່າ 30%

    ໃນຂະນະນີ້ ຊິບດັ່ງກ່າວຍັງຢູ່ພຽງໃນຊ່ວງການວິໄຈແລະພັດທະນາເທົ່ານັ້ນ ໂດຍ IBM ຄາດວ່າພາຍໃນ 2-3 ປີຂ້າງໜ້າຈະສາມາດນຳຊິບດັ່ງກ່າວອອກມາໃຊ້ງານໄດ້ໃນງານຫຼາກຫຼາຍ ບໍ່ວ່າຈະເປັນການນຳໄປໃຊ້ໃນເທັກໂນໂລຢີຂັບເຄື່ອນອັດໂນມັດ ການປະມວນຜົນພາບແລະວິດີໂອ ຫລືການປະມວນຜົນພາສາທຳມະຊາດ ເຊັ່ນ ການແປງສຽງເວົ້າເປັນຕົວອັກສອນ ແລະອື່ນໆ 

ທີ່ມາ: 

No comments:

Post a Comment

Post Top Ad