ນັກວິໄຈພົບ Malware ໃໝ່ Silver Sparrow ເນັ້ນໂຈມຕີ macOS ສາມາດເຮັດວຽກເຖີງວ່າເຄື່ອງທີ່ໃຊ້ຈະໃຊ້ຊິບ M1 ກໍ່ຕາມ

Breaking

Post Top Ad

Post Top Ad

Tuesday, February 23, 2021

ນັກວິໄຈພົບ Malware ໃໝ່ Silver Sparrow ເນັ້ນໂຈມຕີ macOS ສາມາດເຮັດວຽກເຖີງວ່າເຄື່ອງທີ່ໃຊ້ຈະໃຊ້ຊິບ M1 ກໍ່ຕາມ

ນັກ​ວິ​ໄຈ​ດ້ານ​ຄວາມຫມັ້ນຄົງ​ປອດໄພ​ຈາກ Red Canary ໄດ້​ຄົ້ນ​ພົບ Malware ໃໝ່​ທີ່​ມີ​ຊື່​ວ່າ Silver Sparrow ຊຶ່ງ​ເນັ້ນ​ໂຈມ​ຕີ macOS ເປັນ​ຫຼັກ ແລະ ຍັງ​ສາມາດ​ເຮັດວຽກ​ໄດ້​ເທິງ​ເຄື່ອງ​ທີ່​ໃຊ້​ຊິບ M1 ໂດຍ​ປັດຈຸບັນ​ມີ​ການ​ກວດ​ພົບ​ເຫຍື່ອ​ທີ່​ຕິດ Malware ນີ້​ໄປ​ແລ້ວ​ເກືອບ 30,000 ເຄື່ອງ, ​ນັກ​ວິ​ໄຈ​ຈາກ Red Canary ໄດ້​ທຳການ​ວິ​ເຄາະ Malware ຕົວ​ນີ້​ຮ່ວມ​ກັບ​ທີມ​ນັກ​ວິ​ໄຈ​ຈາກ Malwarebytes ແລະ VMware Carbon Black ໂດຍ​ປັດຈຸບັນ​ນີ້​ມີ​ການ​ພົ​ບວ່າ​ມີ​ເຄື່ອງ macOS ທີ່​ຕິດ Malware ນີ້​ໄປ​ແລ້ວ 29,139 ເຄື່ອງ​ຈາກ​ການ​ສຳ​ລວດ​ໃນ 153 ປະເທດ​ເມື່ອ​ວັນທີ 17 ກຸມພາ 2021 ທີ່​ຜ່ານມາ ຊຶ່ງ​ຖື​ເປັນ​ອັດຕາ​ການ​ແພ່ລະ​ບາດ​ທີ່​ວ່ອງໄວ​ຈົນ​ໜ້າ​ຈັບ​ຕາເບິ່ງ

Credit: ShutterStock.com

ທີມ​ນັກ​ວິ​ໄຈ​ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ຂອງ​ວິທີ​ການ​ທີ່​ໃຊ້​ໃນ​ການ​ແພ່ລະ​ບາດ​ເທົ່າໃດ ແລະ ຍັງ​ບໍ່​ແນ່​ໃຈ​ວ່າ​ເປົ້າ​ໝາຍ​ຂອງ Malware ນີ້ແມ່ນ​ຫຍັງແທ້ ໂດຍ​ເມື່ອ Silver Sparrow ສາມາດ​ຝັງ​ຕົວ​ເຂົ້າໄປ​ໃນ​ເຄື່ອງ​ຂອງ​ເຫຍື່ອ​ໄດ້​ແລ້ວ Malware ນັ້ນ​ຈະລໍຖ້າ​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ໂຈມ​ຕີ ເຊິ່ງ​ປັດຈຸບັນ​ນີ້​ກໍຍັງ​ບໍ່​ເຄີຍ​ມີ​ການ​ກວດ​ພົບ​ຄຳ​ສັ່ງ​ໃດ​ໆ ທີ່​ຖືກ​ສົ່ງ​ມາຍັງ​ເຄື່ອງ​ຂອງ​ເຫຍື່ອ​ແຕ່​ຢ່າງ​ໃດ

ຢ່າງໃດ​ກໍ​ດີ ທີມ​ນັກ​ວິ​ໄຈ​ກໍຍັງ​ບໍ່ຢືນຢັນວ່າ​ການ​ເຮັດ​ວຽກ​ຂອງ Malware ຕົວ​ນີ້​ມີ​ຄວາມ​ຜິດ​ພາດ ລວມ​ເຖິງ​ຍັງມີ​ຄວາມ​ເປັນ​ໄປ​ໄດ້​ວ່າ Malware ຕົວ​ນີ້ຍັງ​ອາດ​ກວດ​ຈັບ​ໄດ້​ວ່າ​ກຳ​ລັງ​ຖືກ​ວິ​ເຄາະ​ພຶດຕິກຳ​ຢູ່ ຈຶ່ງ​ບໍ່​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ໃດ​ໆ ຕໍ່​ກໍ​ເປັນ​ໄດ້

ນອກ​ຈາກ​ນີ້​ອີກ​ໜຶ່ງ​ປະ​ເດັນ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື Malware ນີ້​ສາມາດ​ເຮັດວຽກ​ໄດ້ເທິງສະຖາ​ປັດ​ຕະຍະກຳ​ຊິບລ່າ​ສຸດ​ຢ່າງ M1 ດ້ວຍ ເຊິ່ງ​ຖື​ວ່າ​ເປັນ Malware ຊະນິດ​ທີ່​ສອງ​ທີ່​ສາມາດ​ເຮັດວຽກ​ໄດ້​ເທິງ​ສະຖາ​ປັດ​ຕະຍະກຳ​ດັ່ງ​ກ່າວ

ຫຼັງ​ຈາກ​ນີ້​ກໍພຽງແຕ່​ຕ້ອງ​ຕິດ​ຕາມ​ຂ່າວ​ສານ​ກັນ​ຕໍ່ໄປ​ວ່າ​ເປົ້າ​ໝາຍ​ແລະ​ວິທີ​ການ​ຂອງ Silver Sparrow ນີ້​ແມ່ນ​ຫຍັງກັນແທ້ ໂດຍ​ປັດຈຸບັນ​ຜູ້​ທີ່​ສົນ​ໃຈລາຍ​ລະອຽດ​ເພິ່ມຕື່ມແມ່ນ​ສາມາດ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່ https://redcanary.com/blog/clipping-silver-sparrows-wings/


No comments:

Post a Comment

Post Top Ad