Mozilla ໄດ້​ປະ​ກາດ​ອອກ Firefox ເວີ​ຊັນ 86 ແລ້ວ ໂດຍ​ມາ​ພ້ອມ​ກັບ​​ຟີ​ເຈ​ີ Total Cookie Protection

Breaking

Post Top Ad

Post Top Ad

Thursday, February 25, 2021

Mozilla ໄດ້​ປະ​ກາດ​ອອກ Firefox ເວີ​ຊັນ 86 ແລ້ວ ໂດຍ​ມາ​ພ້ອມ​ກັບ​​ຟີ​ເຈ​ີ Total Cookie Protection

Firefox 86 Total Cookie Protection

ຕັ້ງ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ທີມ​ງານ Mozilla ໄດ້​ຕໍ່ສູ້​ເພື່ອ​ຖືຮັກສາ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ດ້ວຍ​ຄວາມ​ພະຍາຍາມ block ​ການ​ຕິດ​ຕາມ Cookie ໃນ​ປີ 2020 ໄດ້​ສ້າງ​ກາ​ນ block ​ສ​ະຄ​ຣິບ​ອັດ​ຕະໂນ​ມັດ ​ປ້ອງ​ກັນ​ການ​ຕິດ​ຕາມ​ການ​ໃຊ້​ງານ​ຂ້າມ​ໄຊ ແລະ ​ໃນ​ເວີຊັນ 85 ຟີ​ເຈ​ີ Super-cookie Protection ໄດ້ທຳການ​ແຍກ cache ​ແລະ​ ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ຂອງ​ແຕ່​ລະ​ເວັບ​ໄຊ​ທີ່​ເຂົ້າ​ຊົມ​ອອກຈາກ​ກັນເພາະ Cookie ບາງ​ຊະນິດ​ບໍ່​ໄດ້​ຫາຍ​ໄປ​ເມື່ອ​ກົດ Clear ໂດຍ​ລ່າ​ສຸດ​ໃນ​ເວີຊັນ 86 ທີ່​ອອກ​ມາ Total Cookie Protection (ເລືອກ​ເປີດ​ໃນ Strict Mode) ຄື​ການ​ທີ່​ແຕ່​ລະ​ເວັບ​ໄຊ​ຈະ​ມີ cookie.jar ເປັນ​ຂອງ​ຕົວ​ເອງ (ຕາມ​ພາບ​ປະກອບດ້ານເທິງ) ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ໃຊ້​ຖືກ​ຕິດ​ຕາມ​ຂ້າມ​ເວັບ​ໄດ້​ອີກ​ຕໍ່ໄປ

ໃນ​ເວີ​ຊັນ 86 ນີ້​ຍັງມີ​ການ​ເພີ່ມ​ຄວາມ​ສາມາດ​ຫລິ້ນ​ວີ​ດີ​ໂອ​ແບບ Picture-in-picture ໄດ້​ຫຼາຍ​ຕົວ​ພ້ອມ​ກັນ​ດ້ວຍ ລວມເຖິງ​ມີ​ການ​ອຸດ​ຊ່ອງ​ໂຫວ່​ບ​ັ​໊​ກ​ຕ່າງ​ໆ


 

ທີ່ມາ: https://www.bleepingcomputer.com/news/software/firefox-86-gets-a-privacy-boost-with-total-cookie-protection/

No comments:

Post a Comment

Post Top Ad