Linux 5.11 Valentine’s Day Edition ອອກແລ້ວ

Breaking

Post Top Ad

Post Top Ad

Tuesday, February 16, 2021

Linux 5.11 Valentine’s Day Edition ອອກແລ້ວ

 

Linus Torvalds ໄດ້​ອອກ​ມາ​ປະ​ກາດ​ເປີດ​ຕົວ Linux 5.11 Kernel ແລ້ວ ພ້ອມ​ຕັ້ງຊື່​ໂຄ້​ດ​ເນມ​ວ່າ Valentine’s Day Edition ພ້ອມ​ຄວາມ​ສາມາດ​ໃໝ່​ໆ ທີ່​ໜ້າ​ສົນ​ໃຈເ​ຊິ່ງ​ຖືກ​ເສີມ​ເຂົ້າ​ມາ​ດັ່ງ​ນີ້
  • ປັບ​ປຸງ CPU freq ໃຫ້​ຮອງ​ຮັບ​ການ​ເຮັດ​ວຽກ​ຮ່ວມ​ກັບ​ໜ່ວຍ​ປະ​ມວນ​ຜົນ​ຈາກ AMD ໄດ້​ເຕັມ​ປະ​ສິດ​ທິ​ພາບ​ຫລາຍ​​ຂຶ້ນລວມ​ທັງ Laptop ແລະ Server ເຮັດໃຫ້​ສາມາດ​ເຮັດວຽກ​ຮ່ວມ​ກັບ AMD ໄດ້​ໄວ​ຂຶ້ນ​ຢ່າງ​ຊັດເຈນ​ເມື່ອ​ທຽບ​ກັບ Kernel ລຸ້ນ​ກ່ອນ​ໜ້າ
  • ຮອງ​ຮັບ Intel SGX Enclaves
  • ປັບ​ປຸງ​ການ​ເຮັດ​ວຽກຮ່ວມ​ກັບໜ່ວຍ​ປະ​ມວນ​ຜົນ OpenRISC ແລະ RISC-V
  • ຮອງ​ຮັບ​ໜ່ວຍ​ປະ​ມວນ​ຜົນ ARM ເພີ່ມ​ເປັນ​ຈຳນວນ​ຫຼາຍ
  • ເລີ່ມ​ຮອງ​ຮັບ AMD APU ລຸ້ນ​ໃໝ່​ເຊັ່ນ Van Gogh ແລະ Green Sardine
  • ເພີ່ມ​ຄວາມ​ສາມາດ​ໃຫ້​ກັບ Intel DG1
  • ຮອງ​ຮັບ​ຄວາມ​ສາມາດ​ດ້ານ​ກຣາ​ຟ​ຟິກ​ໃໝ່​ໆ ສຳຫລັບ​ຊິບ Intel

ຈະ​ເຫັນ​ໄດ້​ວ່າ Kernel ລຸ້ນ​ນີ້​ເນັ້ນ​ຮອງ​ຮັບ​ຟີ​ເຈີໃໝ່​ໆ ຈາກ Hardware ເປັນ​ຫຼັກ ສຳຫລັບ Linux 5.12 ທີ່​ຈະ​ອອກ​ມາ​ຫຼັງ​ຈາກ​ນີ້ ຈະ​ເປັນ​ລຸ້ນ​ທີ່​ເນັ້ນ​ການ​ເສີມ​ຟີ​ເຈີ​ໃໝ່​ໆ

ທີ່ມາ:

https://www.phoronix.com/scan.php?page=news_item&px=Linux-5.11-Released

https://www.techtalkthai.com/linux-5-11-kernel-valentines-day-edition-is-released/

 

 

No comments:

Post a Comment

Post Top Ad