Microsoft ປະກາດອອກ Employee Experience Platform ໃໝ່ VIVA

Breaking

Post Top Ad

Post Top Ad

Monday, February 8, 2021

Microsoft ປະກາດອອກ Employee Experience Platform ໃໝ່ VIVA

 Microsoft Viva ຄື​ແພລດ​ຟອມສຳລັບ​ສ້າງ​ປະສົບການ​ ການ​ເຮັດ​ວຽກງານ​ໃຫ້​ແກ່​ອົງກອນ​ໃນ​ຍຸກ​ໃໝ່​ຢ່າງ​ແທ້​ຈິງ

Viva ເປັນ​ແພລດ​ຟອມ​ທີ່ລວມ​ເອົາ​ຄວາມ​ສາມາດ​ຂອງ Microsoft 365 ແລະ Teams ເຂົ້າ​ນຳກັນ ເຊິ່ງ​ມຸ້ງ​ເນັ້ນ​ການ​ເຮັດ​ວຽກຮ່ວມ Teams ເພື່ອ​ຕອບ​ໂຈດຍຸກ​ສະໄໝ​ຂອງ​ການ​ເຮັດ​ວຽກ​ທີ່​ປ່ຽນ​ໄປ ໂດຍ​ເລີ່ມ​ຕົ້ນ​ມີ​ການ​ປະ​ກາດ​ແອັບ 4 ຕົວ​ດັ່ງ​ນີ້

Viva Connections ເປັນ​ເພຈ​ກາງ​ສຳລັບ​ອົງກອນ​ທີ່​ສາມາດ​ສະແດງ​ຟີດ​ຂ່າວ ປະ​ກາດ ແລະ Dashboard ອາລົມ​ຄ້າຍ​ກັບ SharePoint Communication ຫລື​ເປັນ​ການ​ຕໍ່ຍອດ SharePoint Intranet ນອກ​ຈາກ​ນີ້ຍັງ​ສາມາດ Customize ແອັບ​ດ້ວຍ Power Apps, SharePoint Framework ແລະ​ໂຊ​ລູ​ຊັນ​ຈາກ 3-rd Party ເຊິ່ງ​ຍັງ​ສາມາດ​ເຮັດວຽກ​ຮ່ວມ​ກັບ Yammer for chat, OneDrive for File Storage ແລະ Microsoft Stream for video ໂດຍ​ຄາດ​ວ່າ​ Viva desktop app ຈະ​ອອກ​ມາ​ພາຍ​ໃນ​ເຄິ່ງ​ປີ​ທຳອິດ ແລະ ​ຄ່ອຍ​ປ່ອຍ Mobile app ຕາມ​ມາ.

Viva Insight ເປັນ​ແອັບ​ພລິ​ເຄ​ຊັນ​ທີ່​ວັດ​ການ​ໃຊ້​ເວລາ​ການ​ເຮັດ​ວຽກງານ​ຂອງ​ພະ​ນັກ​ງານ ໂດຍ​ສາມາດ​ສ້າງ Dashboard ສ່ວນ​ບຸກ​ຄົນ​ຫລື​ລະ​ດັບ Manager ທັງ​ນີ້ Microsoft ບອກ​ວ່າ Viva Insight ຈະ​ສາມາດ​ດຶງ​ຂໍ້​ມູນ​ມາ​ຈາກ Microsoft 365 ຫລື​ແອັບ​ເຈົ້າ​ອື່ນ​ໄດ້​ເຊັ່ນ Zoom, Slack, Workday ແລະ SAPSuccessFactor ເປັນ​ຕົ້ນ ປັດຈຸບັນ​ຢູ່ໃນ​ສະ​ຖາ​ນະ​ເປີດ​ທົດລອງ

Viva Learning ລວບລວມ​ແຫຼ່ງ​ຂໍ້​ມູນ​ສຳລັບ​ຮຽນ​ຮູ້​ຈາກ LinkedIn, Microsoft Learn, ຂໍ້​ມູນ​ຈາກ​ອົງກອນ​ເອງ ຫລື​ຈາກ 3rd Party ເຊັ່ນ Coursera, edX, Skillsoft ເປັນ​ຕົ້ນ ໂດຍ​ຄາດ​ວ່າ​ຈະ​ມີ​ການ​ເພີ່ມ​ແຫຼ່ງ​ຮຽນ​ຮູ້​ອື່ນ​ເຂົ້າ​ມາ​ອີກ​ໃນ​ອະນາຄົດ ແລະ ​ຈະ​ພ້ອມ​ໃຊ້​ງານ​ໃນ​ປີ​ນີ້

Viva Topics ເປັນ​ການ​ເປີດ Pop-up ເຂົ້າໄປ​ຫາ Keyword ທີ່​ອາດຈະ​ເປັນ​ຊື່​ໂປຣ​ເຈັກ​ໃນອົງກອນ ​ຫລື​ ຊື່​ສະເພາະ​ທີ່​ນິ​ຍາມ​ໃຊ້​ພາຍ​ໃນ ໂດຍ​ມີ​ການ​ໃຊ້ AI ໄປ​ສ້າງ​ຂຶ້ນ​ຈາກ​ຂໍ້​ມູນ​ໃນ Microsoft 365 ແລະ Teams ປັດຈຸບັນ​ແອັບ​ນີ້​ຢູ່ໃນ​ສ​ະຖາ​ນະ​ພ້ອມ​ໃຊ້​ງານ​ເປັນ add-on ຂອງ Microsoft 365 commercial

 

ທີ່ມາ:​

https://redmondmag.com/articles/2021/02/04/microsoft-unveils-viva-for-teams.aspx

https://www.techtalkthai.com/microsoft-introduces-viva-the-employee-experience-platform/

 

 


No comments:

Post a Comment

Post Top Ad