Google ເລີ່ມອະນຸຍາດໃຫ້ຜູ້ໃຊ້ລົງທະບຽນເພື່ອໃຊ້ Bard ເຊິ່ງເປັນແຊັດບອດທີ່ຂັບເຄື່ອນດ້ວຍ AI

Breaking

Post Top Ad

Post Top Ad

Monday, March 27, 2023

Google ເລີ່ມອະນຸຍາດໃຫ້ຜູ້ໃຊ້ລົງທະບຽນເພື່ອໃຊ້ Bard ເຊິ່ງເປັນແຊັດບອດທີ່ຂັບເຄື່ອນດ້ວຍ AI

 GOOGLE BARD
    Bard ເປັນ​ບໍລິການ AI ເຊີງ​ສົນທະນາ Google Search ສຳຫລັບ​ຜູ້​ທີ່​ສົນ​ໃຈ Bard ສາມາດ​ເຂົ້າ​ຮ່ວມ join Google’s waitlist ຂອງ Google ເພື່ອ​ເຂົ້າ​ເຖີງ​ໄດ້​ແລ້ວ ແລະ​ຜູ້​ໃຊ້​ບາງ​ຄົນ​ລາຍ​ງານ​ວ່າ​ໄດ້ຮັບ​ອີ​ເມນລຄຳ​ເຊີນ​ພຽງ​ບໍ່​ຈັກ​ຊັ່ວ​ໂມງ​ຫຼັງ​ຈາກ​ລົງ​ຊື່​ສະໝັກ​ໃຊ້ ຈາກ​ຂໍ້​ມູນ​ຂອງ Google ລະ​ບຸ​ວ່າ Bard ກຳ​ລັງ​ໃຊ້ LaMDA ເວ​ີ​ຊັນ “lightweight and optimized” ຊຶ່ງ​ຈະ​ມອບ​ປະສົບການ​ທີ່​ແຕກ​ຕ່າງ​ໄປ​ຈາກ​ອິນ​ເຕີ​ເຟ​ສ​ແຊັດຂອງ Bing ທີ່​ຂັບ​ເຄື່ອນ​ໂດຍ OpenAI ຢ່າງໃດ​ກໍ​ຕາມ Bard ບໍ່​ໄດ້​ອອກ​ແບບ​ມາ​ເພື່ອ​ແທນ​ທີ່ Google Search ແລະ Google ລະ​ບຸ​ວ່າ​ເປັນ “ສ່ວນ​ເສີມ” ເທົ່າ​ນັ້ນ

    Google ເຕືອນ​ວ່າ Bard ຮຽນ​ຮູ້​ຈາກ​ຂໍ້​ມູນ​ທີ່​ຫຼາກ​ຫຼາຍ ຊຶ່ງລວມ​ເຖິງ​ຂໍ້​ມູນ​ເຊີງ​ອະຄະຕິ​ແລະ​ທັດ​ສະນະຄະ​ຕິ​ໃນ​ໂລກ​ແຫ່ງ​ຄວາມ​ຈິງ ດັ່ງ​ນັ້ນ Chatbot ຈຶ່ງ​ສາມາດ​ໃຫ້​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ ເຮັດໃຫ້​ເຂົ້າໃຈ​ຜິດ ຫລື​ເປັນ​ເທັດ​ໄດ້ ສິ່ງເຫລົ້ານີ້ ຈະ​ຖືກ​ປັບ​ປຸງ​ເມື່ອ​ເວລາ​ຜ່ານ​ໄປ​ຈາກ​ການ​ສະແດງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ໃຊ້​ງານ ໂດຍ Google ວາງ​ແຜນ​ທີ່​ຈະ​ເພີ່ມ​ຄວາມ​ສາມາດ​ຕ່າງ​ໆ ເຊັ່ນ ການ​ຂຽນ​ໂຄ້​ດ​ແລະ​ພາສາ​ອື່ນນໆ ໃນ​ອະນາຄົດອີກດ້ວຍ

    ໜ້າເສຍດາຍທີ່ຕອນນີ້ຍັງຈຳກັດໃຫ້ບາງປະເທດໃຊ້ໄດ້ເທົ່ານັ້ນ ສ່ວນປະເທດລາວເຮົາແມ່ນຍັງບໍ່ສາມາດໃຊ້ໄດ້ເທື່ອ ແຕ່ກໍ່ສາມາດໃຊ້ໄດ້ຜ່ານ VPN ຄືກັນ

    ທີ່ມາ: https://www.macrumors.com/2023/03/21/google-bard-ai-chatbot-waitlist/  

        https://www.newscientist.com/article/2365601-googles-bard-ai-chatbot-has-now-been-released-to-the-public/

No comments:

Post a Comment

Post Top Ad