ປຸ່ມກົດແບບໃໝ່ໃນ iPhone 15 Pro ອາດປັບແຕ່ງປຸ່ມກົດໄດ້ ແລະ ໃຊ້ງານໄດ້ເຖິງໃສ່ເຄສໂທລະສັບຫລືໃສ່ຖົງມື

Breaking

Post Top Ad

Post Top Ad

Monday, April 3, 2023

ປຸ່ມກົດແບບໃໝ່ໃນ iPhone 15 Pro ອາດປັບແຕ່ງປຸ່ມກົດໄດ້ ແລະ ໃຊ້ງານໄດ້ເຖິງໃສ່ເຄສໂທລະສັບຫລືໃສ່ຖົງມື

Iphone 15

ຂ່າວ​ລື​ກ່ຽວກັບ​ປຸ່ມ​ກົດ​ແບບ​ໃໝ່ Solid-State ໃນ iPhone 15 Pro ມີ​ອອກ​ມາ​ກ່ອນ​ໜ້າ​ນີ້​ເມື່ອ 2-3 ເດືອນ​ທີ່​ແລ້ວ ລ່າ​ສຸດ MacRumors ໄດ້​ລາຍ​ງານ​ວ່າ Apple ອາດຈະ​ນຳ​ປຸ່ມ​ປັບ​ລະ​ດັບ​ສຽງ​ທີ່​ຕິດ​ຕັ້ງ​ໂປຣ​ແກຣມ​ໃໝ່​ສຳລັບ​ໃຊ້​ໃນ iPhone 15 Pro ແລະ​ອາດຈະ​ສາມາດ​ໃຊ້​ງານ​ຟັງ​​ຊັນ​ອື່ນໆ ໄດ້​ເພິ່ມເຕິມ ເຊັ່ນ: ການ​ລັອກ​ແນວ​ຕັ້ງ ການ​ເປີດ​ປິດ​ໄຟ​ສາຍ​ຫລື​ເປີດ​ປິດ​ໃຊ້​ງານ​ໂໝດ​ພະລັງ​ງານ​ຕ່ຳ ແລະ​ອື່ນໆ

ນອກ​ຈາກ​ນີ້​ຜູ້​ໃຊ້ຍັງ​ສາມາດ​ປັບ​ແຕ່ງ​ຄວາມ​ໄວ​ຂອງ​ປຸ່ມ​ໄດ້​ແລະ​ສາມາດ​ໃຊ້​ງານ​ຮ່ວມ​ກັບ​ເຄສ​ໂທລະ​ສັບ​ຫລື​ແມ້ແຕ່​ຕອນ​ທີ່​ໃສ່​ຖົງ​ມື ໂດຍ​ການ​ເຮັດ​ວຽກ​ຂອງ​ປຸ່ມ​ແບບ​ໃໝ່​ນີ້​ຄື​ຊິບ​ຈະ​ກວດ​ຈັບ​ການ​ກົດ​ແລະ​ການ​ສຳ​ຜັດ​ຄ້າງ​ໄວ້​ເທິງ​ຕົວ​ປຸ່ມ ແລະ ​ຈະ​ມີ​ການ​ສັ່ນ (Taptic engine) ເພື່ອ​ເປັນ​ການ​ຕອບສະຫນອງ​ການ​ເຮັດ​ວຽກ​ຂອງ​ປຸ່ມ ເພິ່ມເຕິມ​ຄື​ປຸ່ມ​ແບບ​ໃໝ່​ໃນ iPhone 15 Pro ຈະ​ມີ​ໄມ​ໂຄຣ​ໂປຣ​ເຊດ​ເຊີ​ແບບ​ສະເພາະ​ທີ່​ໃຊ້​ພະລັງ​ງານ​ຕ່ຳ​ຫລາຍ ເຮັດໃຫ້​ສາມາດ​ໃຊ້​ງານ​ໄດ້​ເຖີງວ່າ​ແບັດ​ເຕີ​ຣີ່​ຕົວ​ເຄື່ອງ​ຈະ​ໝົດ

ປຸ່ມກົດແບບໃໝ່ໃນ iPhone 15 Pro ອາດປັບແຕ່ງປຸ່ມກົດໄດ້ ແລະ ໃຊ້ງານໄດ້ເຖິງໃສ່ເຄສໂທລະສັບຫລືສວມຖົງມື
ໂດຍ​ແຫຼ່ງ​ຂ່າວ​ທີ່​ອອກ​ມາ​ລາຍ​ງານ​ນັ້ນ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ແລະ​ເຄີຍ​ລາຍ​ງານ​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ກ່ຽວກັບ Dynamic Island ໃນ iPhone 14 Pro ກ່ອນ​ເປີດ​ຕົວ​ອີກ​ດ້ວຍ ເຮົາ​ຄົງ​ຕ້ອງຖ້າເບິ່ງວ່າ​ປຸ່ມ​ກົດ​ແບບ​ໃໝ່​ໃນ iPhone 15 Pro ທີ່​ວ່າ​ນີ້​ຈະ​ສາມາດ​ຕອບ​ໂຈດ​ຜູ້​ໃຊ້​ງານ​ໄດ້​ຫລາຍ​ນ້ອຍພຽງໃດ​ແລະ​ຈະ​ມີ​ຟັງ​​ຊັນ​ຫຍັງ​ໃໝ່ໆ ໃຫ້​ໃຊ້​ໄດ້​ດ້ວຍ

ທີ່ມາ: Apple iPhone 15 Pro solid-state buttons will have customizable sensitivity - GSMArena.com news


No comments:

Post a Comment

Post Top Ad