ຫວຽດນາມອອກມາດຕະການຕ້ານສະແປມ ກະທົບຜູ້ໃຊ້ງານເຄືອຂ່າຍເກືອບ 2 ລ້ານຄົນ

Breaking

Post Top Ad

Post Top Ad

Monday, April 3, 2023

ຫວຽດນາມອອກມາດຕະການຕ້ານສະແປມ ກະທົບຜູ້ໃຊ້ງານເຄືອຂ່າຍເກືອບ 2 ລ້ານຄົນ

 ຫວຽດນາມອອກມາດຕະການຕ້ານສະແປມ ກະທົບຜູ້ໃຊ້ງານເຄືອຂ່າຍເກືອບ 2 ລ້ານຄົນ

ລັດຖະບານ​ຫວຽດ​ນາມ​ອອກ​ນະໂຍບາຍ​ຕໍ່​ຕ້ານ​ສະ​ແປມ​ໃໝ່​ທີ່​ຈະ​ມີ​ຜົນ​ເຮັດໃຫ້​ຜູ້​ໃຊ້​ບໍລິການ​ເຄືອ​ຂ່າຍ​ມື​ຖື​ເກືອບ 2 ລ້ານ​ຄົນ​ບໍ່​ສາມາດ​ໃຊ້​ງານ​ຕໍ່ໄປ​ໄດ້

ນະໂຍບາຍ​ນີ້​ຈະ​ບັງຄັບ​ໃຫ້​ຂໍ້​ມູນ​ຜູ້​ໃຊ້​ທີ່​ເຊື່ອມ​ກັບ​ເບີ​ມື​ຖື​ຈະ​ຕ້ອງ​ສຳພັນ​ກັບ​ຂໍ້​ມູນ​ເທິງ​ຖານ​ຂໍ້​ມູນ​ແຫ່ງ​ຊາດ ຜູ້​ທີ່​ມີ​ຂໍ້​ມູນ​ບໍ່​ກົງ​ກັນ​ຈະ​ຖືກ​ລະ​ງັບ​ການ​ໃຫ້​ບໍລິການ ກ່ອນ​ຈະ​ຍົກ​ເລີກ​ໄປ​ໃນ​ທີ່ສຸດ

ເປົ້າ​ໝາຍ​ຂອງ​ນະໂຍບາຍ​ນີ້​ມີ​ຂຶ້ນ​ເພື່ອ​ປ້ອງ​ກັນ​ການ​ໃຊ້​ຊິມ​ກາດ​ໃນ​ທາງ​ທີ່​ຜິດ​ກົດຫມາຍ ໂດຍ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ໄດ້​ສົ່ງ​ຂໍ້ຄວາມ​ແຈ້ງ​ເຕືອນ​ໃຫ້​ຜູ້​ໃຊ້​ງານ​ທີ່​ຍັງ​ບໍ່​ໄດ້​ລົງ​ທະ​ບຽນ​ຢ່າງ​ຖືກ​ຕ້ອງ​ໄປ​ອັບ​ເດດ​ຂໍ້​ມູນ​ໃຫ້​ສຳ​ເລັດ, ຜູ້​ທີ່​ບໍ່​ຍອມ​ເຮັດ​ຕາມ​ຈະ​ບໍ່​ສາມາດ​ຮັບ​ສາຍ​ໂທລະ​ສັບ​ໄດ້​ເປັນ​ເວລາ 15 ມື້ ແລະ​ຈະ​ຖືກ​ລະ​ງັບ​ການ​ໃຫ້​ບໍລິການ​ຢ່າງ​ຖາວອນ​ເມື່ອ​ເວລາ​ຜ່ານ​ໄປ​ອີກ 30 ມື້

96% ຂອງ​ໂທລະ​ສັບ​ມື​ຖື​ທີ່​ໃຊ້​ຢູ່ໃນຫ​ວຽດ​ນາມ​ເປັນ​ຂອງ​ຜູ້​ໃຫ້​ບໍລິການ​ພຽງ 3 ລາຍ​ເທົ່າ​ນັ້ນ ໄດ້​ແກ່ Vinaphone, Viettel ແລະ MobiFone

ກະ​ຊວງ​ສານ​ສົນ​ເທດ​ແລະ​ການ​ສື່​ສານ​ຊີ້​ວ່າ​ມີ​ຜູ້​ໃຊ້​ງານ​ເຄືອ​ຂ່າຍ​ມື​ຖື​ຈຳນວນ​ມະຫາ​ສານ​ທີ່​ຄອບຄອງ​ຊິມ​ກາດ​ຫລາຍກວ່າ 1 ໃບ ບາງ​ລາຍ​ຍັງ​ບໍ່​ຄ່ອຍ​ໄດ້​ໃຊ້​ງານ​ຊິມ​ກາ​ດ​ທີ່​ຊື້​ມາ​ໄວ້​ໃຊ້​ດ້ວຍ ເຮັດໃຫ້​ບໍ່​ໄດ້ຮັບ​ຄຳ​ແຈ້ງ​ເຕືອນ​ຂ້າງ​ຕົ້ນ

Securelist ຫນ່ວຍ​ວິ​ໄຈ​ຂອງ Kaspersky ເຜີຍ​ວ່າຫ​ວຽດ​ນາມ​ເປັນ​ປະເທດ​ທີ່​ມີ​ການ​ຫລອກລວງ​ແບບ​ຟິດ​ຊິ່ງ​ສູງ​ຫລາຍ ໂດຍ​ຮ17% ຂອງ​ການ​ຟິດ​ຊິ່ງ​ທີ່​ພົບ​ໃນ 2022 ມາ​ຈາກຫ​ວຽດ​ນາມ

No comments:

Post a Comment

Post Top Ad