ຜູ້ພັດທະນາ ChatGPT ສ່ຽງຖືກອິຕາລີປັບ ກໍລະນີໃຊ້ຂໍ້ມູນສ່ວນບຸກຄົນມາຝຶກ

Breaking

Post Top Ad

Post Top Ad

Monday, April 3, 2023

ຜູ້ພັດທະນາ ChatGPT ສ່ຽງຖືກອິຕາລີປັບ ກໍລະນີໃຊ້ຂໍ້ມູນສ່ວນບຸກຄົນມາຝຶກ

ຜູ້ພັດທະນາ ChatGPT ສ່ຽງຖືກອິຕາລີປັບ ກໍລະນີໃຊ້ຂໍ້ມູນສ່ວນບຸກຄົນມາຝຶກ
 OpenAI ປິດ​ການ​ໃຊ້​ງານ ChatGPT ໃນ​ອິ​ຕາ​ລີ ຫຼັງ​ຈາກ​ຖືກ​ສຳ​ນັກ​ງານ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ອິ​ຕາ​ລີ​ແບນ ແລະ​ຍັງມີ​ການ​ເຂົ້າ​ສືບ​ສວນ​ດ້ວຍ​ວ່າ ChatGPT ລະ​ເມີດ​ມາ​ດຕະ​ການ​ຄວາມ​ເປັນ​ສ່ວນ​ຕົວ​ຫລື​ບໍ່, ຫນ່ວຍ​ງານ​ດັ່ງ​ກ່າວ​ມີ​ຊື່​ວ່າ Garante per la protezione dei dati personali ຫລື GPDP ກ່າວ​ຫາ​ວ່າ OpenAI ບໍ່​ໄດ້​ກວດ​ສອບ​ອາ​ຍຸ​ຂອງ​ຜູ້​ໃຊ້​ງານ​ທີ່​ຕ້ອງ​ມີ​ອາ​ຍຸ​ຫລາຍກວ່າ 13 ປີ, Garante ຍັງ​ບອກ​ດ້ວຍ​ວ່າ OpenAI ຍັງ​ບໍ່​ມີ​ອຳນາດ​ຕາມ​ກົດໝາຍ​ໃນ​ການ​ເກັບ​ແລະ​ສະ​ສົມ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່​ໃຊ້​ໃນ​ການ​ຝຶກ ChatGPT. ໂດຍ OpenAI ມີ​ເວລາ 20 ມື້​ໃນ​ການ​ແກ້​ໄຂ ບໍ່ເຊັ່ນ​ນັ້ນ​ມີ​ໂອ​ກາດ​ຖືກ​ປັບ​ສູງ​ເຖິງ 20 ລ້ານ​ຢູ​ໂຣ ຄິດ​ຈາກ 4% ຂອງ​ລາຍ​ໄດ້ລາຍ​ປີ​ທັງ​ໝົດ

OpenAI ໄດ້​ປິດ ChatGPT ໃນ​ອິ​ຕາ​ລີ​ຕາມ​ຄຳ​ສັ່ງ​ຂອງ Garante ແລ້ວ ພ້ອມ​ລະ​ບຸ​ໃນ​ໜ້າ​ເວັບ​ທາງ​ການ​ເຖິງ​ການ​ຈຳ​ກັດ​ການ​ເຂົ້າ​ເຖິງ​ໃນ​ອິ​ຕາ​ລີ ແລະ​ໃຫ້​ຄຳ​ຫມັ່ນ​ວ່າ​ຈະ​ຫລຸດ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​ທີ່​ໃຊ້​ສຳຫລັບ​ການ​ຝຶກ ChatGPT ດ້ວຍ​ສຳ​ນັກ​ຂ່າວ Reuters ຊີ້​ວ່າ ອິ​ຕາ​ລີ​ຖື​ເປັນ​ປະເທດທຳອິດທີ່​ມີ​ການ​ດຳ​ເນີນ​ມາດຕະ​ການ​ທາງ​ກົດຫມາຍ​ກັບ​ແຊັດ​ບອດ​ທີ່​ໃຊ້​ປັນຍາ​ປະດິດ

ທີ່ມາ: Italy curbs ChatGPT, starts probe over privacy concerns | Reuters

#CHAT_GPT #OpenAI #Garante #GPDP 

No comments:

Post a Comment

Post Top Ad