Microsoft ອັບເດດ OneNote ຕັດວົງຈົນຊ່ອນມັນແວ

Breaking

Post Top Ad

Post Top Ad

Monday, April 3, 2023

Microsoft ອັບເດດ OneNote ຕັດວົງຈົນຊ່ອນມັນແວ

 Microsoft ອັບເດດ OneNote ຕັດວົງຈົນຊ່ອນມັນແວ

Microsoft ເຜີຍ​ລາຍ​ລະອຽດ​ຕົວ​ອັບ​ເດດ​ດ້ານ​ຄວາມຫມັ້ນຄົງ​ປອດໄ​ພ​ລ່າ​ສຸດ​ຂອງ OneNote ທີ່​ອອກ​ມາ​ເພື່ອ​ແກ້​ບັນຫາ​ທີ່ OneNote ຖືກ​ນຳ​ໄປ​ໃຊ້​ຊ່ອນ​ມັນ​ແວ​​ໃນ​ຮູບ​ແບບ​ຕ່າງໆ, ຕໍ່ໄປ​ນີ້ OneNote (ສະເພາະ​ບາງ​ເວ​ີ​ຊັນ) ຈະ​ປິດ​ກັ້ນ​ນາມ​ສ​ະກຸນ​ໄຟ​ລ​໌​ຫລາຍ​ເຖິງ 120 ນາມ​ສະ​ກຸນ ເຊັ່ນ: .XLL .ISO .BAT ແລະ .JS ຊຶ່ງ​ຈະ​ຖືກ​ປິດ​ກັ້ນ​ໂດຍ​ໂປຣ​ແກຣມ Office ຕົວ​ອື່ນ​ຕໍ່ໄປກ່ອນທີ່ຈະ​ມີ​ຕົວ​ອັບ​ເດດ​ຕົວ​ນີ້ ເວລາ​ທີ່​ຜູ້​ໃຊ້​ພະຍາຍາມ​ເປີດ​ໄຟ​ລ​໌ OneNote ທີ່​ມີ​ໄຟ​ລ​໌​ແນບ​ຕ້ອງ​ສົງ​ໄສ ກໍ​ຈະ​ມີ​ຄຳ​ແຈ້ງ​ເຕືອນ​ຂຶ້ນ​ມາ ແຕ່​ຈະ​ຍັງ​ສາມາດ​ເປີດ​ໄຟ​ລ​໌​ເຫຼົ່າ​ນັ້ນ​ໄດ້​ຢູ່ ແຕ່​ພາຍ​ຫຼັງ​ຈາກ​ຕົວ​ອັບ​ເດດ​ນີ້​ອອກ​ມາ​ແລ້ວ ກໍ​ຈະ​ບໍ່​ສາມາດ​ເປີດ​ໄຟ​ລ​໌​ທີ່​ແນບ​ມາ​ດ້ວຍ​ໄດ້ ພ້ອມ​ມີ​ແຈ້ງ​ເຕືອນ​ທີ່​ລະ​ບຸ​ວ່າ ‘Your administrator has blocked your ability to open this file type in OneNote’ (ຜູ້​ເບິ່ງ​ແຍງ​ລະບົບ​ຂອງ​ເຈົ້າ​ປິດ​ກັ້ນ​ຄວາມ​ສາມາດ​ໃນ​ການ​ເປີດ​ໄຟ​​ລ​໌ປະ​ເພດ​ນີ້​ໃນ OneNote)

Microsoft ເຜີຍ​ວ່າ​ຕົວ​ອັບ​ເດດ​ນີ້​ຈະ​ມາ​ພ້ອມ​ກັບ​ເວ​ີ​ຊັນ 2304 ທີ່​ໜ້າ​ຈະ​ອອກ​ມາ​ໃນ​ເດືອນ​ເມ​ສາ ຫລື ​ບໍ່​ກໍ​ເດືອນພຶດສະ​ພາ​ຂອງ​ປີ​ນີ້(2023) ໂດຍ​ຈະ​ມີ​ຜົນ​ກັບ Office 365 ລວມ​ເຖິງ Office ເວີ​ຊັນ 2021, 2019 ແລະ 2016 ດ້ວຍ


ທີ່ມາ: Microsoft is finally cracking down on one of its biggest Windows security risks | TechRadar

#Microsoft #OneNote #Office

No comments:

Post a Comment

Post Top Ad