Google ເປີດຕົວຟີເຈີໃໝ່ ‘Perspectives’ ສະແດງມຸມມອງຂອງບຸກຄົນອື່ນຕໍ່ຜົນການຄົ້ນຫາ

Breaking

Post Top Ad

Post Top Ad

Monday, April 3, 2023

Google ເປີດຕົວຟີເຈີໃໝ່ ‘Perspectives’ ສະແດງມຸມມອງຂອງບຸກຄົນອື່ນຕໍ່ຜົນການຄົ້ນຫາ

Google ເປີດຕົວຟີເຈີໃໝ່ ‘Perspectives’ ສະແດງມຸມມອງຂອງບຸກຄົນອື່ນຕໍ່ຜົນການຄົ້ນຫາ Google ຈະ​ເພີ່ມ​ຟີ​ເຈີ​ໃໝ່​ຢ່າງ Perspectives ຫລື​ຟີ​ເຈີ ‘ມຸມ​ມອງ’ ໃນ​ໜ້າ​ຜົນ​ການ​ຄົ້ນ​ຫາ​ເພື່ອ​ສະແດງ​ໃຫ້​ເຫັນ​ມຸມ​ມອງ​ທີ່​ຕ່າງ​ອອກ​ໄປ​ໃນ​ການ​ຄົ້ນ​ຫາ​ບາງ​ລາຍ​ການ ລວມເຖິງ​ມຸມ​ມອງ​ເຊີງ​ເລິກ​ຈາກ​ນັກ​ຂຽນ, ຜູ້​ຊ່ຽວ​ຊານ ແລະ​ຄວາມ​ຄິດ​ເຫັນ​ທີ່​ກ່ຽວ​ຂ້ອງ

Perspectives ຈະ​ປາກົດຢູ່​ລຸມ Top Stories ໂດຍ​ລະ​ບຸ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ຄົ້ນ​ຫາ​ອັດຕະ​ໂນ​ມ​ັ​ດ ມີ​ລັກສະນະ​ເໝືອນ​ໂພສ​ຂະໜາດ​ນ້ອຍ​ທີ່​ຈະ​ເລື່ອນ​ໄປ​ເລື້ອຍໆ ມີ​ພາບ​ແລະ​ເນື້ອ​ຫາ​ຄວາມ​ຄິດ​ເຫັນ​ຂອງ​ບຸກ​ຄົນ​ອື່ນ​ຕໍ່​ປະ​ເດັນ​ທີ່​ຄົ້ນ​ຫາ ທີ່​ອາດ​ເປັນ​ປະໂຫຍດ​ຕໍ່​ຜູ້​ຄົ້ນ​ຫາ

ແລະຍັງ​ເພີ່ມ ຟີ​ເຈີ About this result ຫລື ກ່ຽວກັບ​ຜູ້​ແຕ່ງ​ຄົນ​ນີ້’ ທີ່​ໃຫ້​ຂໍ້​ມູນ​ກ່ຽວກັບ​ພູ​ມ​ຫຼັງ​ຂອງ​ຜູ້​ຂຽນເນື້ອ​ຫາ​ທີ່​ເຈົ້າ​ກຳ​ລັງ​ອ່ານ ໄດ້​ເປີດ​ຕົວ​ໄວໆນີ້ ຮູບ​ແບບ​ພາສາ​ອັງ​ກ​ິດ​ໃນ​ສະ​ຫະຣັດ​ອາ​ເມ​ຣິ​ກາ ແລະ​ຈະ​ພ້ອມ​ໃຊ້​ງານ​ເທິງ​ເດັກສ​ທັອບ​ແລະ​ມື​ຖື


ທີ່ມາ: techcrunch,theverge


No comments:

Post a Comment

Post Top Ad