Dogecoin ພຸ່ງຂຶ້ນ 25% ຫຼັງຈາກ Elon Musk ປ່ຽນໄອຄອນແອັບ Twitter ເປັນຮູບມີມຂອງ Doge

Breaking

Post Top Ad

Post Top Ad

Tuesday, April 4, 2023

Dogecoin ພຸ່ງຂຶ້ນ 25% ຫຼັງຈາກ Elon Musk ປ່ຽນໄອຄອນແອັບ Twitter ເປັນຮູບມີມຂອງ Doge

 

Dogecoin

Dogecoin ຣາ​ຊາ​ແຫ່ງ​ໂທ​ເຄັນ​ມີມ ໄດ້​ພຸ່ງ​ສູ່ 0.10500 ຫຼຽນສະ​ຫະລັດ ຫຼັງ​ຈາກ ອີ​ລອນມັດ (Elon Musk) ບິດາອຸບປະຖຳ Doge ໄດ້​ປັບ​ປ່ຽນ​ໂລ​ໂກ້​ເທິງ​ໜ້າ​ແລກ​ທີ່​ເຂົ້າ​ສູ່​ແພຼັດ​ຟອມ Twitter ຈາກ​ຮູບ​ນົກ​ສີ​ຟ້າ​ກາຍ​ເປັນ​ຮູບ​ມີມ Doge (ຮູບ​ໝາ)

ມັດ​ເປັນ​ຜູ້​ສະໜັບ​ສະໜູນ Doge ມາ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ທ່ານ​ບໍ່​ໄດ້​ດີ​ແຕ່​ເວົ້າ ທີ່​ເຫັນ​ແຈ້ງໆເລີຍແມ່ນ ເດືອນ​ມັງ​ກອນ 2022 ເທດ​ລາ​ປະ​ກາ​ດຮັບ​ຊຳ​ລະ​ເງີນ​ຊື້​ສິນ​ຄ້າ​ບາງ​ສ່ວນ​ດ້ວຍ Doge ຕໍ່​ມາ​ເດືອນ​ກຸມພາ 2022 Tesla Supercharger ຈະ​ຮັບ​ຊຳ​ລະ​ເງິນ​ຄ່າ​ອາຫານ​ແລະ​ສິນ​ຄ້າ​ດ້ວຍ Dog ແລະ​ເດືອນ​ພ​ຶດສະ​ພາ 2022 ມັດ​ທະວິດວ່າ​ຈະ​ຮັບ​ຊຳ​ລະ​ເງີນ​ຄ່າ​ສິນ​ຄ້າ​ຂອງ SpaceX

ນອກ​ຈາກ​ນີ້​ເດືອນ​ເມ​ສາ 2022 ອີລອນມັດ​​ໄດ້​ເຂົ້າ​ຖື​ຫຸ້ນ​ໃນ Twitter ແລ້ວ​ເຜີຍ​ວ່າ​ຈະ​ເພີ່ມ​ຕົວ​ເລືອກ​ການ​ຈ່າຍ​ເງິນ​ດ້ວຍ Doge ແລະ​ຫຼັງ​ຈາກ​ອີລອນມັດ​ໄດ້​ເຂົ້າ​ມາ​ເປັນ​ເຈົ້າ​ຂອງ Twitter ກໍ​ໄດ້​ທະວີດ​ສື່​ວ່າ DOGE ຈະ​ໄດ້ຮັບ​ການ​ສະໜັບ​ສະໜູນ​ເທິງ Twitter ດັ່ງ​ນັ້ນ​ການ​ປ່ຽນ​ໂລ​ໂກ້​ໜ້າ​ແລກ​ທີ່​ເຂົ້າ​ສູ່​ Platform Twitter ເປັນ​ຮູບ​ມີມ Doge ອາດຈະ​ສື່​ເຖິງ​ໂຄງ​ການ​ຫຍັງ​ບາງຢ່າງ​ທີ່​ກຳ​ລັງ​ຈະ​ເກີດ​ຫລື​ບໍ່ ຈຶ່ງ​ສົ່ງ​ຜົນ​ໃຫ້​ນັກ​ລົງ​ທຶນ​ຮີບ​ເຂົ້າ​ຊື້ Doge ຈົນ​ລາ​ຄາ​ພຸ່ງສູງຂຶ້ນ

ທີ່ມາ: Dogecoin Explodes 25% After Elon Musk Changes Twitter Icon to Doge Meme (cryptopotato.com)

No comments:

Post a Comment

Post Top Ad