Western Digital ລາຍງານ ຖືກໂຈມຕີເຄືອຂ່າຍ ອາດຕ້ອງປິດບໍລິການບາງຢ່າງເປັນການຊັ່ວຄາວເພື່ອຫຼຸດຜົນກະທົບ

Breaking

Post Top Ad

Post Top Ad

Tuesday, April 4, 2023

Western Digital ລາຍງານ ຖືກໂຈມຕີເຄືອຂ່າຍ ອາດຕ້ອງປິດບໍລິການບາງຢ່າງເປັນການຊັ່ວຄາວເພື່ອຫຼຸດຜົນກະທົບ

Western Digital ໄດ້​ອອກ​ລາຍ​ງານ​ວ່າ​ຖືກ​ໂຈມ​ຕີ​ລະບົບ​ເຄືອ​ຂ່າຍ​ເມື່ອ​ວັນທີ 26 ມີ​ນາ​ຄົມ​ທີ່​ຜ່ານມາ ມີ​ການ​ລະ​ບຸ​ວ່າ​ເຄືອ​ຂ່າຍ​ຖືກ​ເຈາະ​ແລະ​ເຮັດໃຫ້ Unauthorized party ເຂົ້າ​ເຖິງ​ລະບົແລະ​ຂໍ້​ມູນ​ພາຍ​ໃນ​ໄດ້ ປັດຈຸບັນ​ບໍລິສັດ​ກຳ​ລັງ​ຮ່ວມ​ມື​ກັບ​ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ຄວາມຫມັ້ນຄົງ​ປອດ​ໄພ​ໃນ​ການເຮັດ Incident Response ໂດຍ​ໄດ້ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ຊ່ຽວ​ຊານ​ດ້ານ Forensic ຈາກ​ພາຍນອກ​ໃນ​ການ​ສືບ​ສວນ​ສອບ​ສວນ ຢ່າງໃດ​ກໍ​ຕາມ​ເພື່ອ​ທີ່​ຈະ​ຢຸດ​ການ​ໂຈມ​ຕີ​ຫລື​ຫລຸດ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ ທາງ Western Digital ອາດ​ຕ້ອງ​ປິດ​ບໍລິການ​ບາງຢ່າງ​ເປັນ​ການ​ຊັ່ວ​ຄາວ

ມື້​ວັນອາທິດ​ທີ່​ຜ່ານມາ ມີ​ຜູ້​ໃຊ້​ງານ​ລະບົບ My Cloud ຊຶ່ງ​ເປັນ​ບໍລິການ NAS Service ຂອງ Western Digital ຫຼາຍ​ລາຍ ໄດ້​ລາຍ​ງານ​ວ່າ​ບໍ່​ສາມາດ​ເຂົ້າ​ໃຊ້​ງານ​ລະບົບ​ໄດ້ ເມື່ອ​ກວດ​ສອບ​ຈາກ​ໜ້າ Service Status ໄດ້ຮັບ​ການ​ແຈ້ງ​ເຕືອນ​ເຖິງ​ບໍລິການ​ທີ່​ມີ​ບັນຫາ ໄດ້​ແກ່ My Cloud, My Cloud Home, My Cloud Home Duo, My Cloud OS5, SanDisk ibi ແລະ SanDisk Ixpand Wireless Charger ໂດຍ​ແຈ້ງ​ວ່າ​ກຳ​ລັງ​ດຳ​ເນີນ​ການ​ແກ້​ໄຂ ແລະ​ຈະ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຕໍ່ໄປ​ໃນ​ໄວ​ໆ​ນີ້

ທີ່ມາ: Western Digital discloses network breach, My Cloud service down (bleepingcomputer.com)

No comments:

Post a Comment

Post Top Ad