Oracle ປະກາດເສີມຟີເຈີໃໝ່ເທິງ Autonomous Data Warehouse

Breaking

Post Top Ad

Post Top Ad

Thursday, May 4, 2023

Oracle ປະກາດເສີມຟີເຈີໃໝ່ເທິງ Autonomous Data Warehouse

Autonomous Data Warehouse
Oracle ປະກາດເສີມຟີເຈີໃໝ່ເທິງ Oracle Autonomous Data Warehouse ຊ່ວຍອຳນວຍຄວາມສະດວກໃນການໃຊ້ງານແບບ Multi cloud ຫລາຍຂຶ້ນ ສຳລັບຟີເຈີທີ່ເພີ່ມເຂົ້າມາມີດັ່ງນີ້:

  • ເພີ່ມ Open-source Delta Sharing protocol ສຳລັບໃຊ້ເປັນມາດຕະຖານກາງໃນການແຊຂໍ້ມູນຂ້າມລະບົບ ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມສະດວກວ່ອງໄວໃນການໃຊ້ງານ
  • ຮອງຮັບການໃຊ້ງານແບບ Multi cloud ຫລາຍຂຶ້ນ ປະຈຸບັນມີຊ່ອງທາງໃນການເຂົ້າເຖິງຂໍ້ມູນທີ່ຢູ່ເທິງ Cloud ຫລາຍຂຶ້ນ ເຊັ່ນ ສາມາດເຂົ້າເຖິງ Object Storage ທີ່ຈັດເກັບເທິງ AWS, Azure ຫລື Google Cloud, ຮອງຮັບ Live SQL Connection ກັບ Azure SQL, Azure Synapse, Amazon Redshift, Snowflake, MongoDB, Apache Hive ແລະ PostgreSQL ນອກຈາກນີ້ຍັງມີ Pre-built connector ເພື່ອດຶງຂໍ້ມູນຈາກ Data source ອື່ນໆໄດ້ອີກກວ່າ 100 ແຫ່ງ ແລະໃນເວີຊັນນີ້ຍັງເພີ່ມການຮອງຮັບ Apache Iceberg ສຳລັບ Query Table ແລະຮອງຮັບ AWS Glue ສຳລັບດຶງຂໍ້ມູນ Data Lake schema ແລະ Metadata ໄດ້ແບບອັດຕະໂນມັດ
  • ມີລະບົບ Low-code based Oracle Autonomous Database Data Studio ສຳລັບ Data Scientist ເພື່ອໃຊ້ເປັນ Self-service Cloud console ຊ່ວຍວິເຄາະຂໍ້ມູນໄດ້ທັນທີ ໂດຍບໍ່ຈຳເປັນຕ້ອງອາໄສລະບົບອື່ນ ໃນເວີຊັນນີ້ມີການເພີ່ມ Google Sheet add-on ເຂົ້າມາແລ້ວ ເພິ່ມເຕິມຈາກ Microsoft Excel ທີ່ຮອງຮັບຢູ່ແລ້ວ
  • ປັບລາຄາ Oracle Autonomous Data Warehouse Exadata Storage ລົງ 75% ຊ່ວຍໃຫ້ອົງກອນສາມາດໃຊ້ງານ High performance storage ໃນລາຄາທຽບເທົ່າກັບ Object Storage ໄດ້ ໂດຍມີປະສິດທິພາບໃນການ Query ສູງກວ່າເຖິງ 20 ເທົ່າ

ລູກຄ້າທີ່ໃຊ້ງານ Oracle Autonomous Data Warehouse ຢູ່ແລ້ວສາມາດໃຊ້ງານຟີເຈີໃໝ່ນີ້ໄດ້ທັນທີ ໂດຍບໍ່ມີຄ່າໃຊ້ຈ່າຍ

No comments:

Post a Comment

Post Top Ad