ລາຍງານຊີ້ເຄິ່ງປີທຳອິດ 2019 ພົບຊ່ອງໂຫວ່ແລ້ວກວ່າ 11,000 ລາຍການ

Breaking

Post Top Ad

Post Top Ad

Thursday, August 29, 2019

ລາຍງານຊີ້ເຄິ່ງປີທຳອິດ 2019 ພົບຊ່ອງໂຫວ່ແລ້ວກວ່າ 11,000 ລາຍການ

Risk Based Security ຜູ້​ຊ່ຽວ​ຊານ​ດ້ານ​ຂໍ້​ມູນ​ຊ່ອງ​ໂຫວ່​ແລະ​ຄວາມ​ສ່ຽງ​ໄດ້​ອອກ​ລາຍ​ງານ​ໃນ​ເຄິ່ງ​ປີ 2019 ຊຶ່ງ​ມີ​ຊ່ອງ​ໂຫວ່​ແລ້ວ​ເຖິງ 11,092 ລາຍ​ການ
ລາຍງານຊີ້ເຄິ່ງປີທຳອິດ 2019 ພົບຊ່ອງໂຫວ່ແລ້ວກວ່າ 11,000 ລາຍການ
credit : helpnetsecurity

ປະ​ເດັນ​ທີ່​ໜ້າ​ສົນ​ໃຈ​ໃນ​ລາຍ​ງານ​ມີ​ດັ່ງ​ນີ້
  • ຊ່ອງ​ໂຫວ່​ຂອງ Vendor ໃນ 5 ລຳ​ດັບທຳອິດ​​ຄິດ​ເປັນ 24.1% ຂອງ​ຊ່ອງ​ໂຫວ່​ທັງ​ໝົດ
  • 54% ເປັນ​ຊ່ອງ​ໂຫວ່​ກ່ຽວກັບ Web
  • 34% ຖືກ​ເປີດ​ເຜີຍ​ຕໍ່​ສາທາລະນະ
  • 53% ສາມາດ​ຖືກ​ໃຊ້​ໄດ້​ຜ່ານ​ທາງ​ໄກ
  • 34% ຍັງ​ບໍ່​ພົບ​ເອກະສານ​ຊຶ່ງ​ໝາຍ​ຄວາມ​ວ່າ​ຍັງ​ບໍ່​ມີ​ແພ​ຕ​ຊ​໌​ຫລື​ການ​ບົ່ງ​ຊີ້​ເຖິງ​ໂຊ​ລູ​ຊັນ​ປ້ອງ​ກັນ ໂດຍ​ອາດ​ພົບແຕ່​ບໍ່​ແຈ້ງ​ໄປ​ຍັງ​ເຈົ້າ​ຂອງ​ຜະລິດຕະພັນ 
  • 28% ຂອງ​ຊ່ອງ​ໂຫວ່​ທີ່​ບໍ່​ໄດ້​ຖືກ​ເຜີຍແຜ່​ໂດຍ CVE/NVD ມີຄ່າ CVSSV2 ຢູ່​ລະຫວ່າງ 7-10 ແລະ 8.6% ເປັນ​ຊ່ອງ​ໂຫວ່ RESERVE

ລາຍງານຊີ້ເຄິ່ງປີທຳອິດ 2019 ພົບຊ່ອງໂຫວ່ແລ້ວກວ່າ 11,000 ລາຍການ
credit : helpnetsecurity
ນອກ​ຈາກ​ນີ້​ໃນ​ສ່ວນ​ທີ່​ລາຍ​ງານ​ເຖິງ CVE/NVD ຄື​ຊ່ອງ​ໂຫວ່ RESERVE ບາ​ງ​ຕົວ​ຢູ່​ມາ​ເປັນ 10 ປີ​ແລ້ວ​ແຖມ​ຮັບ​ຮູ້​ໃນ​ສາທາລະນະ​ໄປ​ແລ້ວ​ແຕ່​ບໍ່​ພົບ​ລາຍ​ລະອຽດ ໂດຍ​ລາຍ​ງານ​ອ້າງ​ວ່າ​ບໍລິສັດ​ມີ​ຂໍ້​ມູນ​ຊ່ອງ​ໂຫວ່​ຫຼາຍ​ພັນ​ລາຍ​ການ​ທີ່​ທາງ MITRE ບໍ່​ມີ​ລາຍ​ລະອຽດ​ໄວ້ ດັ່ງ​ນັ້ນ​ຈຶ່ງ​ເຕືອນ​ອົງ​ກອນວ່າ​ການ​ຢຶດ​ຕິດ​ວ່າ​ຊ່ອງ​ໂຫວ່​ເທິງ CVE/NVD ຄື​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ​ອາດ​ບໍ່​ຈິງ​ປານໃດ


No comments:

Post a Comment

Post Top Ad