Apple ອອກແພຕຊ໌ສຸກເສີນ iOS 12.4.1 ອຸດຊ່ອງໂຫວ່ Jailbreak ກ່ອນໜ້ານີ້

Breaking

Post Top Ad

Post Top Ad

Thursday, August 29, 2019

Apple ອອກແພຕຊ໌ສຸກເສີນ iOS 12.4.1 ອຸດຊ່ອງໂຫວ່ Jailbreak ກ່ອນໜ້ານີ້

Apple ປະ​ກາດ​ອອກ​ອັບ​ເດດ iOS ເວ​ີຊັນ 12.4.1 ເພື່ອ​ອຸດ​ຊ່ອງ​ໂຫວ່ Jailbreak ຄວາມ​ຮຸນແຮງ​ລະ​ດັບ​ສູງ ຫຼັງ​ຈາກ​ທີ່​ເຄີຍ​ແພັ​ດ​ຊ່ອງ​ໂຫວ່​ນີ້​ມາ​ແລ້ວ​ໃນ iOS ເວີ​ຊັນ 12.3 ແຕ່​ເກີດ​ອຸບັດເຫດ​ບາງຢ່າງ​ຊຶ່ງ​ເຮັດໃຫ້​ຊ່ອງ​ໂຫວ່​ນີ້​ປະກົດ​ມາ​ອີກ​ເທື່ອ​ໃນ iOS 12.4

Apple ອອກແພຕຊ໌ສຸກເສີນ iOS 12.4.1 ອຸດຊ່ອງໂຫວ່ Jailbreak ກ່ອນໜ້ານີ້

ປະ​ມານ​ອາທິດ​ກ່ອນ ແຮັກ​ເກີ​ນາມ “Pwn20wnd” ໄດ້​ເປີດ​ເຜີຍ​ວິທີ Jailbreak iOS 12.4 ເທິງ GitHub ຊຶ່ງ​ໃຊ້​ວິທີ​ການ​ເຈາະ​ຊ່ອງ​ໂຫວ່ Kernel (CVE-2019-8605) ດຽວ​ກັນກັບ​ທີ່ Apple ເຄີຍ​ແພ​ຕ​ຊ​໌​ໄປ​ແລ້ວ​ເທິງ iOS 12.3 ເມື່ອ​ເດືອນພຶດສະພາທີ່​ຜ່ານມາ ຈາກ​ການ​ກວດ​ສອບ​ພົ​ບວ່າ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ກັບ​ມາ​ປາກົດ​ອີກ​ເທື່ອ​ເທິງ iOS 12.4 ຢ່າງ​ບໍ່​ຄາດ​ຝັນ ສົ່ງ​ຜົນ​ໃຫ້​ເຫຼົ່າ​ແຮັກ​ເກ​ີ​ສາມາດ Jailbreak ອຸປະກອນ iPhone ແລະ iPad ລຸ້ນ​ໃໝ່​ໄດ້​ຢ່າງ​ງ່າຍ​ດາຍ ບໍ່​ວ່າ​ຈະ​ເປັນ iPhone XS, XS Max, XR, iPad Mini ແລະ iPad Air
ລ່າ​ສຸດ Apple ໄດ້​ອອກ iOS 12.4.1 ເພື່ອ​ປິດ​ຊ່ອງ​ໂຫວ່​ນີ້​ອີກ​ເທື່ອ ລວມໄປ​ເຖິງ​ຊ່ອງ​ໂຫວ່ Arbitrary Code Execution ທີ່​ຊ່ວຍ​ໃຫ້​ແຮັກ​ເກີ​ຫລື​ແອບ​ພລິ​ເຄ​ຊັນ​ແປກປອມ​ລອບ​ຣັນ​ຄຳ​ສັ່ງ​ພາຍໃຕ້​ສິດ​ສູງ​ສຸດ​ຫລື System Privileges ໄດ້


No comments:

Post a Comment

Post Top Ad