ນັກວິໄຈສາທິດຊ່ອງໂຫວ່ທີ່ກະທົບຊິບ Intel Xeon E5, E7 ແລະ ຕະກູນ SP

Breaking

Post Top Ad

Post Top Ad

Thursday, September 12, 2019

ນັກວິໄຈສາທິດຊ່ອງໂຫວ່ທີ່ກະທົບຊິບ Intel Xeon E5, E7 ແລະ ຕະກູນ SP



ນັກ​ວິ​ໄຈ​ໄດ້​ສາ​ທິດ​ຊ່ອງ​ໂຫວ່​ທີ່​ເກີດ​ເທິງ​ຟີ​ເຈ​ີ DDIO ແລະ RDMA ເທິງ​ຊິບ Intel Xeon E5, E7 ແລະ​ຕະກູນ SP ໃນ​ວາ​ລະ​ດຽວ​ກັນ​ນີ້ Intel ຢັງ​ໄດ້​ແພ​ຕ​ຊ​໌​ໃຫ້ຊອບແວ Easy Streaming Wizard ອອກ​ມາ​ດ້ວຍ
ຊ່ອງ​ໂຫວ່​ເທິງ​ຊິບ​ປະ​ມວນ​ຜ​ລົນເ​ຊິ​ເວີ Xeon E5, E7 ແລະ SP
ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ Vrije ໃນ​ອຳ​ສະ​ເຕີດຳ ເນ​ເທ​ີ​ແລນ ໄດ້​ເປີດ​ເຜີຍ​ງານ​ວິໄ​ຈກ່ຽວກັບ​ຊ່ອງ​ໂຫວ່​ທີ່​ມີ​ຊື່​ວ່າ ‘NetCAT’ (Network Cache Attack) ທີ່​ຖື​ເປັນ Side-channel Attack ທີ່​ເບິ່ງ​ຜົນ​ຈາກ​ການ​ປ່ຽນ​ແປງ​ຄ່າ​ຂອງ​ເວລາ ທັງ​ນີ້​ເກີດ​ຈາກ​ຟີ​ເຈ​ີ 2 ສ່ວນ​ຄື Data-Direct I/O (Intel DDIO) ແລະ Remote Direct Memory Access (RDMA)
ໄອ​ເດຍ​ກໍ​ຄື Intel DDIO ເປັນ​ຟີ​ເຈ​ີທີ່​ຊ່ວຍ​ເລັ່ງ​ຄວາມ​ໄວ​ຂອງ​ຊີ​ພີ​ຢູ ໂດຍ​ອະນຸຍາດ​ໃຫ້​ອຸປະກອນ Peripheral ເຊັ່ນ Network Card ເຂົ້າ​ມາ​ຂຽນ​ຂໍ້​ມູນ​ໃນ​ Cache ​ຂອງ CPU ​ໄດ້​ໂດຍ​ກົງ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ຄວນ​ຈະ​ຜ່ານ​ເປັນ​ຂຶ້ນ​ຈາກ Peripheral ໄປ RAM ແລະ Cache ຕາມ​ລຳ​ດັບ (Von Neuman), ​ຟີ​ເຈ​ີ​ນີ້​ຖືກ​ອອກ​ແບບ​ມາ​ໃຫ້​ການ​ໃຊ້​ງານ​ໃນລະ​ດັບ​ດາ​ຕ້າ​ເຊັນ​ເຕີເພາະ​ເ​ຊິເວີ​ມີ​ການ​ເຊື່ອມ​ຕໍ່​ກັບ​ເຄຶອ​ຂ່າຍ​ຄວາມ​ໄວ​ສູງ ທີ່ RAM ອາດຈະ​ຈັດການ​ບໍ່​ທັນ​ຈຶ່ງ​ໃຊ້​ຟີ​ເຈີນີ້​ຊ່ວຍ​ໄດ້ ສ່ວນ Remote Direct Memory Access (RDMA) ຈະ​ຊ່ວຍ​ໃຫ້​ຄອມພິວເຕີ​ເຂົ້າ​ເຖິງ RAM ຂອງ​ຄອມພິວເຕີ​ເຄື່ອງ​ອື່ນ​ໄດ້​ໂດຍ​ບໍ່​ຕ້ອງ​ກ່ຽວ​ຂ້ອງ​ກັບ Data Buffer ຂອງ OS ຊຶ່ງ​ຟີ​ເຈ​ີ​ນີ້​ຈະ​ຊ່ວຍ​ເກື້ອ​ໜຸນ​ໃຫ້​ການ​ໂຈມ​ຕີ​ມີ​ປະ​ສິດ​ທິ​ພາບ​ຫລາຍຍິ່ງ​ຂຶ້ນ
​ນັກ​ວິໄ​ຈ​ພົ​ບວ່າ​ສາມາດ​ສ້າງ​ແພັກ​ເກັດ​ລະ​ດັບ​ເຄືອ​ຂ່າຍ​ເພື່ອ​ໃຊ້​ຕິດ​ຕາມ​ວ່າ​ CPU ກຳ​ລັງ​ປະ​ມວນ​ຜົນ​ຫຍັງ​ຢູ່ ຢ່າງໃດ​ກໍ​ຕາມ​ບໍ່​ແມ່ນ​ວ່າ​ຄົນ​ຮ້າຍ​ຈະ​ໃຊ້​ຊ່ອງ​ໂຫວ່​ລັກ​ຂໍ້​ມູນ​ຫຍັງ​ກໍ​ໄດ້​ແຕ່​ຕ້ອງ​ເປັນ​ຂໍ້​ມູນ​ທີ່​ສົ່ງ​ຜ່ານມາ​ທາງ​ເຄືອ​ຂ່າຍ ​ແລະ ​ຖືກ​ວາງ​ໂດຍ​ກົງ​ໃນ​ Cache ​ທີ່ Share ຂອງ DDIO ທັງ​ນີ້​ເຖິງວ່າ​ເບິ່ງ​ຄືຈະ​ໃຊ້​ງານ​ຍາກ ແຕ່​ນັກ​ວິໄ​ຈ​ກໍ​ໄດ້​ສາ​ທິດວ່າ​ສາມາດ​ປະຍູກ​ໃຊ້​ເພື່ອ​ວິ​ເຄາະ​ຄວາມ​ຕ່າງ​ຂອງ​ເວລາ​ທີ່​ນຳ​ໄປ​ສູ່​ຂໍ້​ມູນ​ຈາກ​ການ​ກົດ​ແປ້ນ​ພິມ (Time Statistic Analysis) ເຊັ່ນ ຕົວ​ອັກສອນ​ທີ່​ຖືກ​ສົ່ງ​ມາ​ໃນ SSH (ວີ​ດີ​ໂອ​ດ້ານ​ເທິງ)
ປັດຈຸບັນ​ຊ່ອງ​ໂຫວ່​ຖືກ​ໃຫ້​ເລກ​ອ້າງ​ອິງ​ໄວ້​ທີ່ CVE-2019-11184 ຊຶ່ງ​ຄຳ​ແນະ​ນຳ​ຄື​ໃຫ້​ປິດ​ຟີ​ເຈ​ີ DDIO ແລະ RDMA ຫລື​ໃຊ້​ Software ​ທີ່​ປ້ອງ​ກັນ Timing Attack (ປັບ​ຄ່າ​ເວລາ​ໃຫ້​ຄົງ​ທີ່) ເປັນ​ຕົ້ນ ຊຶ່ງ​ອັນ​ທີ່​ຈິງ​ແລ້ວ CPU Xeon E5, E7 ແລະ SP ຈະ​ເປີດ DDIO ເປັນ Default ມາ​ດ້ວຍ ສຳລັບ​ຜູ້​ສົນ​ໃຈ​ສາມາດ​ຕິດ​ຕາມ​ລາຍ​ງານ​ເພິ່ມເຕິມ​ໄດ້​ຈາກ “NetCAT : Practical Cache Attacksfrom the Network

ຊ່ອງ​ໂຫວ່​ເທິງ Intel Easy Streaming Wizard
Intel Easy Streaming Wizard ເປັນ​ເຄື່ອງ​ມື​ສຳລັບ​ສາຍ Live Streaming ເຊັ່ນ Youtuber ແລະ Twitch (Live ເກມ​ຫລື​ອື່ນ​ໆ) ເພື່ອ​ຊ່ວຍ​ຕັ້ງ​ຄ່າ​ເຮັດ Open Broadcaster Software (OBS) ໄດ້​ງ່າຍ​ຍິ່ງ​ຂຶ້ນ ປະ​ເດັນ​ຄື​ມີ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່​ຍົກ​ລະດັບ​ສິດ​ໝາຍ​ເລກ CVE-2019-11166 ຈາກ​ລະ​ດັບ​ສິດ​ທີ່​ບໍ່​ເໝາະ​ສົມ​ຂອງ​ File ​ໃນ​ຕົວ​ຕິດ​ຕັ້ງ ທັງ​ນີ້​ຊ່ອງ​ໂຫວ່​ຈະ​ກະທົບ​ກັບ Software ເວີ​ຊັນ​ກ່ອນ 2.1.0731

ແຫຼ່ງຂໍ້ມູນ






No comments:

Post a Comment

Post Top Ad