Kali linux 2020.1 ອອກແລ້ວ

Breaking

Post Top Ad

Post Top Ad

Thursday, January 30, 2020

Kali linux 2020.1 ອອກແລ້ວ


Kali linux 2020.1

Offensive Security 
ໄດ້ປະກາດອອກ Kali linux 2020.1 ແລ້ວ ໂດຍມີການອັບເດດຄວາມສາມາດໃໝ່ຫຼາຍດ້ານເພິ່ມເຕິມຈາກ 2019.4 ທີ່ຜ່ານມາ ເຊິ່ງອັບເດດໃໝ່ມີດັ່ງນີ້
  • ມີ Image ສຳລັບຕິດຕັ້ງຕົວດຽວທີ່ໃຊ້ໄດ້ກັບທຸກ Desktop Environment ເຊັ່ນ Xfce, GNOME, KDE, MATE ຫລື LXDE ໂດຍໃນລະຫວ່າງການຕິດຕັ້ງຈະເປີດໃຫ້ຜູ້ໃຊ້ສາມາດເລືອກເຄື່ອງມື ແລະ Desktop ທີ່ຕ້ອງການໄດ້
  • ປັບ Default Account ເປັນ non-root user ຈາກເມື່ອກ່ອນທີ່ຈະມີ Root ເປັນ Default User ໂດຍທີມງານສັງເກດວ່າມີຜູ້ໃຊ້ຈຳນວນຫຼາຍນຳ Kali linux ໄປໃຊ້ເປັນ OS ຫຼັກ ແລະ ບໍ່ໄດ້ໃຊ້ Default Root ຈຶ່ງສະຫຼຸບວ່າບໍ່ຕ້ອງມີກໍໄດ້ ປະກອບກັບເຄື່ອງມືດ້ານຄວາມໝັ້ນຄົງ​​ປອດ​​ໄພຈຳນວນຫຼາຍຕອນນີ້ບໍ່ຕ້ອງອາໄສ Root ເພື່ອເຂົ້າເຖິງຟີເຈີແລ້ວດ້ວຍ
  • NetHunter (Penetration tool for Android) ສາມາດຣັນເທິງ Android ໂດຍທີ່ບໍ່ຕ້ອງ Root ເຄື່ອງໄດ້ແຕ່ມີຂໍ້ຈຳກັດບາງຢ່າງ ເຊັ່ນ ບໍ່ຮອງຮັບ WiFi Injection ແລະ HID Attack ແລະອື່ນໆ ຕິດຕາມເພິ່ມເຕິມໄດ້ບ່ອນນີ້
  • ປັບປຸງໂໝດ Undercover ຫລືໂໝດຮຽນແບບໜ້າຕາຂອງ Windows 10 ເຊິ່ງອອກມາໃນເວີຊັນ 2019.4
  • ຜູ້ສົນໃຈສາມາດຕິດຕາມຟີເຈີທັງໝົດໄດ້ ບ່ອນນີ້


ແຫຼ່ງຂໍ້ມູນ:


No comments:

Post a Comment

Post Top Ad