6 ສິ່ງທີ່ຄວນເຮັດເພື່ອຮັບມືກັບໄພຄຸກຄາມໄຊເບີໃນປີ 2020

Breaking

Post Top Ad

Post Top Ad

Thursday, January 30, 2020

6 ສິ່ງທີ່ຄວນເຮັດເພື່ອຮັບມືກັບໄພຄຸກຄາມໄຊເບີໃນປີ 2020

6 ສິ່ງທີ່ຄວນເຮັດເພື່ອຮັບມືກັບໄພຄຸກຄາມໄຊເບີໃນປີ 2020


    Phil Quade, CISO ຂອງ Fortinet ໄດ້ອອກມາໃຫ້ຄຳແນະນຳເຖິງ 6 ສິ່ງທີ່​​ອົງກອນຄວນພິຈາລະນາເພື່ອການປົກປ້ອງສິນຊັບດິຈິທັດ ແລະ ຮັບມືກັບ​​ໄພຄຸກຄາມທາງໄຊເບີຢ່າງມີປະສິດທິພາບໃນປີ 2020 ດັ່ງນີ້
1. ແບ່ງລະບົບເຄືອຂ່າຍອອກເປັນສ່ວນ
ສິນຊັບດິຈິທັດທີ່ສຳຄັນຄວນຖືກແບ່ງແຍກອອກມາຈັດເກັບໄວ້ໃນສ່ວນທີ່ມີການປ້ອງກັນເປັນຢ່າງດີ ພ້ອມທັງເຮັດ Intent-based Segmentation ເພື່ອໃຫ້ໝັ່ນໃຈວ່າ ອຸປະກອນ ສິນຊັບ ແລະ ຂໍ້ມູນທີ່ແລ່ນເຂົ້າອອກລະບົບເຄືອຂ່າຍຈະຖືກຈັດແບ່ງໄປຍັງແຕ່ລະສ່ວນເທິງລະບົບເຄືອຂ່າຍຕາມນະໂຍບາຍແບບໄດນາມິກ ເມື່ອເຄືອຂ່າຍສ່ວນໜຶ່ງມີບັນຫາຈະໄດ້ບໍ່ສົ່ງຜົນກະທົບຕໍ່ເຄືອຂ່າຍສ່ວນອື່ນ
2. ຮັກສາຊ່ອງທາງສື່ສານສຳຮອງໄວ້ສະເໝີ
WAN ຍຸກເກົ່າມັກມີບັນຫາກັບການໂຈມຕີແບບ DDoS ການປັບໄປໃຊ້ SD-WAN ທີ່ມີຄວາມຫມັ້ນຄົງ​​ປອດ​​ໄພຈະຊ່ວຍໃຫ້​​ອົງກອນປ່ຽນເສັ້ນທາງການຕິດຕໍ່ສື່ສານໄດ້ຢ່າງຢືດຢຸ່ນຕາມປັດໄຈ ນະ ຂະນະນັ້ນ ເຊັ່ນ ຄວາມພ້ອມໃນການໃຊ້ງານ (Availability)
3. ຄຸ້ມຄອງຂໍ້ມູນສຳຄັນ
ທຸກ​​ອົງກອນຄວນໝັ່ນສຳຮອງຂໍ້ມູນສຳຄັນ ແລະ ຈັດເກັບຂໍ້ມູນສຳຮອງນັ້ນແບບ ອ໊ອບລາຍ ນອກຈາກນີ້ຄວນທົດສອບການກູ້ຂໍ້ມູນລັບມາເລື້ອຍໆ ເພື່ອໃຫ້ໝັ່ນໃຈວ່າຂໍ້ມູນຈະລັບມາພ້ອມໃຊ້ງານໄດ້ສະເໝີເຖິງວ່າຈະຖືກ Ransomware ໂຈມຕີກໍຕາມ
4. ໃຊ້ປະໂຫຍດຈາກການ​​ບູລະນາການ ແລະ ລະບົບ​​ອັດໂນມັດ
ການ​​ບູລະນາການໂຊລູຊັນດ້ານຄວາມຫມັ້ນຄົງ​​ປອດ​​ໄພຫຼາຍໆ ແບບເຂົ້ານຳກັນເປັນໜຶ່ງດຽວທີ່ຊ່ວຍໃຫ້ໝັ່ນໃຈວ່າຈະສາມາດແຊ ຫຼື ແບ່ງປັນຂໍ້ມູນ​​ໄພຄຸກຄາມລະຫວ່າງກັນ ແລະຮ່ວມກັນຮັບມືກັບ​​ໄພຄຸກຄາມໄດ້ຢ່າງມີປະສິດທິພາບ ແນະນຳໃຫ້ສຶກສາເທັກໂນໂລຢີໃໝ່ຢ່າງ Endpoint Detection & Response (EDR) ແລະ Security Orchestration Automation & Response (SOAR) ເຊິ່ງຈະເຂົ້າມາຊ່ວຍເພີ່ມຄວາມໄວໃນການກວດຈັບ ແລະ ຮັບມືກັບການໂຈມຕີໂດຍ​​ອັດໂນມັດ
5. ກວດສອບຊ່ອງທາງສື່ສານ​​ອີເລັກໂທນິກ
ອີເມລ​​ຍັງຄົງເປັນຊ່ອງທາງຍອດນິຍົມທີ່ແຮັກເກີແພ່ມັນແວ ນອກຈາກການອົບຮົມເພື່ອສ້າງຄວາມເນັ້ນໜັກໃຫ້ແກ່ບນັກງານໃນ​​ອົງກອນແລ້ວ ອົງກອນຄວນເລືອກໃຊ້ Secure Email Gateway ແລະ NGFW ເພື່ອເພີ່ມ​​ມາດຕະການໃນການກວດຈັບ ແລະ ປ້ອງກັນໄປອີກຂັ້ນ ໂດຍສະເພາະຢ່າງຍິ່ງຊ່ອງທາງສື່ສານທີ່ມີການເຂົ້າລະຫັດ
6. ຕິດຕາມຂໍ້ມູນ​​ໄພຄຸກຄາມຈາກ Theat Intelligence Feeds
ການຕິດຕາມຂໍ້ມູນ​​ໄພຄຸກຄາມຈາກ Threat Intelligence Feeds ແຫຼ່ງຕ່າງໆ ຊ່ວຍໃຫ້​​ອົງກອນພ້ອມຮັບມືກັບເທັກນິກການໂຈມຕີ ແລະ ​​ມັນແວຮູບແບບໃໝ່ໆ ນອກຈາກນີ້ການປະສານຂໍ້ມູນເຫຼົ່ານີ້ເຂົ້ານຳກັນກັບແພຣດຟອມດ້ານຄວາມໝັ້ນຄົງ​​ປອດ​​ໄພ ​​ຍັງຊ່ວຍເພີ່ມໂອກາດໃນການປ້ອງກັນ​​ໄພຄຸກຄາມກ່ອນທີ່ຈະລຸກລ້ຳເຂົ້າມາຍັງລະບົບເຄືອຂ່າຍໄດ້ອີກດ້ວຍ

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad