ຄົມຊັດໄດ້ອີກຂັ້ນໂປຣແກຣມຫລິ້ນວິດີໂອ VLC ຮອງຮັບເທັກໂນໂລຢີ NVIDIA RTX Video Super Resolution

Breaking

Post Top Ad

Post Top Ad

Thursday, April 20, 2023

ຄົມຊັດໄດ້ອີກຂັ້ນໂປຣແກຣມຫລິ້ນວິດີໂອ VLC ຮອງຮັບເທັກໂນໂລຢີ NVIDIA RTX Video Super Resolution

 

ຫຼັງ​ຈາກ​ການ​ເປີດ​ຕົວ​ກາ​ດ​ຈໍ NVIDIA RTX 4070 ໃໝ່​ລ່າ​ສຸດ​ທາງ Video Lan Organization (VLC) ໄດ້​ປະ​ກາ​ດວ່າ​ໂປຣ​ແກຣມ​ຫລິ້ນ​ວິ​ດີ​ໂອ VLC ເວີ​ຊັນ 3.0.19 ລ່າ​ສຸດ​ຮອງ​ຮັບ NVIDIA RTX Video Super Resolution ເປັນ​ທີ່​ຮຽບຮ້ອຍແລ້ວ

ໂດຍເມື່ອ​ເດືອນ​ມີ​ນາ​​ທີ່​ຜ່ານມາ NVIDIA ອອກ​ໄດ​ຣ​ເວ​ີ​ໃໝ່​ໃຫ້​ກັບ​ກາດ​ຈໍ RTX 30 ແລະ 40 ຊີ​ຣີຮອງ​ຮັບ​ເທັກ​ໂນ​ໂລ​ຢີ NVIDIA RTX Video Super Resolution (RTX VSR) ອັບສະ​ເກວ​ວີ​ດີ​ໂອ​ໄດ້​ເຖິງ​ຄວາມ​ລະອຽດ 4K ດ້ວຍ AI ແລະ​ໃນ​ຕອນ​ນີ້​ໂປຣ​ແກຣມ​ຫລິ້ນ​ວິ​ດີ​ໂອ​ຊື່​ດັ່ງ​ຢ່າງ VLC ກໍ​ຮອງ​ຮັບ​ຟີ​ເຈີ RTX VSR ເຊັ່ນ​ກັນ


ເບື້ອງ​ຫຼັງ​ຂອງ​ຟີ​ເຈີ RTX VSR ເປັນ​ການ​ເຮັດ​ວຽກ​ຮ່ວມ​ກັນ​ລະຫວ່າງ​ຊອບ​ແວ​ອັນ​ກໍ​ຣິ​ທຶມ AI ແລະ​ຮາ​ດ​ແວ​ RTX Tensor Core ໃນ​ກາດ​ຈໍ NVIDIA RTX 30 ແລະ 40 ຊີ​ຣີ ​ເພື່ອ​ເພີ່ມ​ຄວາມ​ຄົມ​ຊັດ​ຂອງ​ວີດີ​ໂອ​ໄດ້​ເຖິງ​ຄວາມ​ລະອຽດ 4K

ໂດຍ​ຜູ້​ໃຊ້​ກາດ​ຈໍ NVIDIA RTX 30 ແລະ 40 ຊີ​ຣີສາມາດ​ເລືອກ​ລະ​ດັບ​ປັບ​ຄຸນນະພາບ​ວີ​ດີ​ໂອ​ໄດ້​ຕັ້ງ​ແຕ່​ລະ​ດັບ​ທີ່1 (ຕ່ຳ​ສຸດ) ຈົນ​ໄປ​ເຖິງ​ລະ​ດັບ​ທີ່ 4 (ສູງ​ສຸດ) ທາງ NVIDIA ກໍ​ແນະ​ນຳ​ໃຫ້​ໃຊ້​ງານ​ເທິງ​ຄລາດ​ກາດ​ຈໍ XX70 ຂຶ້ນ​ໄປ​ເພື່ອ​ຄວາມ​ວ່ອງໄວ​ໃນ​ການ​ປັບ​ຄຸນນະພາບ​ຂອງ​ວິ​ດີ​ໂອ

ສຳຫລັບ​ໃຜ​ສົນ​ໃຈ​ທີ່​ຢາກ​ຈະ​ໃຊ້​ງານ​ຟີ​ເຈີ RTX VSR ເທິງ​ໂປຣ​ແກຣມ​ຫລິ້ນ​ວິ​ດີ​ໂອ VLC ເພື່ອ​ເພີ່ມ​ຄວາມ​ລະອຽດ​ຂອງ​ວິ​ດີ​ໂອ​ໄປ​ເຖິງ​ລະ​ດັບ 4K ດາວ​ໂຫຼດ​ໄດ້​ທີ່ https://downloads.videolan.org/testing/vlc-rtx-upscaler/

ແຫຼ່ງຂໍ້ມູນແລະທີ່ມາ:

  1. https://www.beartai.com/news/itnews/1240396
  2. https://wccftech.com/vlc-media-player-adds-support-for-nvidia-rtx-video-super-resolution-available-now/
  3. https://blogs.nvidia.com/blog/2023/02/28/rtx-video-super-resolution/


No comments:

Post a Comment

Post Top Ad