Safari ຜະງາດກັບມາເປັນອັນດັບສອງເວັບບຣາວເຊີຍອດນິຍົມຂອງໂລກ

Breaking

Post Top Ad

Post Top Ad

Wednesday, May 3, 2023

Safari ຜະງາດກັບມາເປັນອັນດັບສອງເວັບບຣາວເຊີຍອດນິຍົມຂອງໂລກ

ເວັບບຣາວເຊີ Safari ທີ່ມີການຕິດຕັ້ງໃນອຸປະກອນ Apple ໃນຫຼາກຫຼາຍອຸປະກອນກັບມາເປັນຕົວເລືອກອັນດັບທີ່ 2 ຂອງເວັບເວັບບຣາວເຊີ ຍອດນິຍົມ ແລະມີ Microsoft Edge ຕາມມາຕິດໆ

Safari

ຈາກຂໍ້ມູລົດຖິຕິເວັບໄຊ Statcounter ທີ່ໃຊ້ວັດຄວາມນິຍົມຂອງເວັບບຣາວເຊີທີ່ໄດ້ມາຈາກການລວບລວມຂໍ້ມູນຫຼາຍໆ ເວັບໄຊພົບວ່າ ຜູ້ໃຊ້ເທິງຄອມພິວເຕີເລືອກໃຊ້ເວັບບຣາວເຊີ Safari ຄິດເປັນ 11.87% ໃນອັນດັບທີ່ 2 ແລະອັນດັບທີ່ 3 ຕາມມາຕິດໆ ທີ່ບໍ່ຜິດຄາດຢ່າງເວັບບຣາວເຊີ Microsoft Edge ຄິດເປັນ 11.00% ກໍຖືວ່າຄະແນນຫ່າງກັນພຽງແຄ່ໜ້ອຍດຽວເທົ່ານັ້ນ

ສຳເວັບບຣາວເຊີຍອດນິຍົມອັນດັບ 1 ທີ່ວ່າໃຜບໍ່ວ່າໜ້າໃດທີ່ບໍ່ສາມາດລົ້ມໄດ້ກໍຄື Google Chrome ມີສັດສ່ວນຄະແນນຄິດເປັນ 66.13% ກໍຖືວ່າຫ່າງຈາກອັນດັບສອງຫລາຍ

ຄະແນນສະຖິຕິຄວາມນິຍົມໃຊ້ເວັບບຣາວເຊີຕ່າງໆ ມີດັ່ງຕໍ່ໄປນີ້:

  • Google Chrome 66.13%
  • Safari 11.87%
  • Microsoft Edge 11%
  • Firefox 5.65%
  • Opera 3.09%
  • Internet Explorer 0.55%

ສິ່ງທີ່ຜູ້ໃຊ້ຄອມພິວເຕີ Mac ກັບມາໃຊ້ເວັບບຣາວເຊີ Safari ຫຼາຍຂຶ້ນກໍເນື່ອງມາຈາກມີການປັບປ່ຽນໜ້າຕາຮູບແບບໃໝ່ ແລະມີຄວາມທັນສະໄໝຕັ້ງແຕ່ macOS Bigsur ແລະຈົນມາເຖິງ macOS Ventura ທີ່ມາພ້ອມກັບຄຸນສົມບັດໃໝ່ໆ ເຊັ່ນ ຈັດກຸ່ມແທັບເວັບໄຊເພື່ອຄວາມຮຽບຮ້ອຍ, ປັບປຸງປະສິດທິພາບ CSS, ຮອງຮັບມາດຕະຖານ Passkey, ຮອງຮັບການແຈ້ງເຕືອນຂອງເວັບໄຊແລະອື່ນໆ

ທີ່ມາ: GamingDeputy

No comments:

Post a Comment

Post Top Ad