GitLab ຈັບມື Google Cloud ໃສ່ Gen AI ລົງໃນ DevSecOps Platform

Breaking

Post Top Ad

Post Top Ad

Wednesday, May 3, 2023

GitLab ຈັບມື Google Cloud ໃສ່ Gen AI ລົງໃນ DevSecOps Platform

GitLab Google Clound
GitLab Inc. ໄດ້ປະກາດຄວາມຮ່ວມມືກັບ Google Cloud ໃນການນຳເທັກໂນໂລຢີ Generative AI ເຂົ້າມາໃສ່ໄວ້ໃນ DevSecOps Platform ໂດຍເປັນການໃຊ້ Machine Learning model ພາຍໃຕ້ Google Cloud Vertex AI ເຂົ້າມາເສີມການເຮັດວຽກຂອງ DevSecOps Workflow ໃນລັກສະນະ AI-assisted ມີ Experimental feature ທຳອິດຄື ຮອງຮັບການອະທິບາຍຊ່ອງໂຫວ່ ເປັນການໃຊ້ງານລະບົບ AI ເພື່ອຊ່ວຍອະທິບາຍຊ່ອງໂຫວ່ທີ່ກວດພົບໃນໂຄ້ດ ແລະສາມາດຊ່ວຍແນະນຳວິທີແກ້ໄຂບັນຫາໄດ້ ຕອບໂຈດທີມທີ່ມີຫນ້າທີ່ຮັບຜິດຊອບໃນຂະບວນການພັດທະນາຊັອບແວເຊັ່ນ: Software Developer, Security Team ແລະ Operation Team ໂດຍ GitLab ຈະທະຍອຍເພີ່ມຟີເຈີດ້ານ AI ເຂົ້າໄປໃນ Software Development Lifecycle ໃຫ້ຫລາຍຂຶ້ນໃນອະນາຄົດ ເພື່ອຫລຸດຂໍ້ຜິດພາດແລະຊ່ວຍຈັດການງານຕ່າງໆໃຫ້ປະຢັດເວລາຫລາຍຂຶ້ນ

ໃນລາຍງານ GitLab 2023 DevSecOps Report ພົບວ່າຫຼາຍອົງກອນເລີ່ມໃຊ້ງານ AI ໃນຂັ້ນຕອນການທົດສອບແລະຮັກສາຄວາມປອດໄພຊັອບແວທີ່ພັດທະນາເອງຫລາຍຂຶ້ນ ໂດຍນັກພັດທະນາຫລາຍກວ່າ 62% ມີການໃຊ້ງານ AI/ML ເພື່ອກວດສອບໂຄ້ດ, 36% ໃຊ້ໃນການຣີວິວໂຄ້ດ ເພີ່ມຂຶ້ນຈາກປີກ່ອນ 51% ແລະ 31% ຕາມລຳດັບ

ທີ່ມາ: GitLab

No comments:

Post a Comment

Post Top Ad